ລັດເຊຍຮຽກຮ້ອງຢູແກຼນຮັບປະກັນການຊຳລະບ້ວງເງິນຊື້ອາຍແກັດ

 ລັດເຊຍຮຽກຮ້ອງຢູແກຼນຮັບປະກັນການຊຳລະບ້ວງເງິນຊື້ອາຍແກັດ - ảnh 1
(ພາບ​ປະ​ກອບຈາກ AFP/ TTXVN)

(vovworld) - ​​ວັນ​ທີ 22/10, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ລັດ​ເຊຍ ທ່ານ Alexander Novak ຖະ​ແຫຼງ​ວ່າ, ຢູ​ແກຼນ ຄວນ​ຊອ​ກ​ຫາ​ວິ​ທີ​ຊຳ​ລະ​ບ້ວງ​ເງິນ​ຊື້​ອາຍ​ແກັດ​ຂອງ​ລັດ​ເຊຍ ໃນ​ເວ​ລາໜຶ່ງ​ອາ​ທິດ ແລະ ຢືນ​ຢັນ​​ວ່າສະ​ພາບ​ການບໍ່​ມີ​ທາງ​ອອກ​ລະ​ຫວ່າງ ມົດ​ສ​ກູ - ກີ​ແອບ ກ່ຽວ​ຂ້ອງ​ເຖິງ​ບັນ​ຫານີ້​ພຽງ​ແຕ່​ໄດ້​ຮັບ​ການ​ແກ້​ໄຂ​ເມື່ອ ລັດ​ເຊຍ ໄດ້​ຮັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​​ດ້ານການ​ເງິນ​ຈາກ ຢູ​ແກຼນ ເທົ່າ​ນັ້ນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ທີ່ກອງ​ປະ​ຊຸມ​ກ່ຽວ​ກັບ​ພະ​ລັງ​ງານ​ຢູ່ ມົດ​ສ​ກູ, ທ່ານ Novak ໃຫ້​ຮູ້​ວ່າ: ໃນ​ການ​ເຈ​ລະ​ຈາ​ຢູ່ ບ​ຣຸກ​ແຊນ, ປະ​ເທດ ແບນ​ຊີກ ໃນ​ວັນ​ທີ 21/10, ລັດ​ເຊຍ ແລະ ຢູ​ແກຼນ ໃກ້​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ອາຍ​ແກັດ, ແຕ່​ການ​ເຈ​ລະ​ຈາ​ສຸດ​ທ້າຍ​ພັດ​ຖືກ​ປະ​ລາ​ໄຊ​ຍ້ອນ​​ບັນ​ຫາ​ອື່​ນ - ນັ້ນ​ແມ່ນ ຢູ​ແກຼນ ຈະ​ຫາ​ເງິນ​ແຕ່​ໃສ​ເພື່ອ​ຊຳ​ລະ​ກ່ອນ​ໃຫ້ບ້ວງ​ເງິນ​ຊື້ອາຍ​ແກັດ​ໃນ​ເດືອນ 11 ແລະ 12 ຈະ​ມາ​ເຖິງ.

       



ຂ່າວ/ບົດ​ອື່ນ