ລັດເຊຍຮຽກຮ້ອງອາເມ ລິກາສະກັດກັ້ນການ ນຳໃຊ້ກຳລັງອາວຸດ ຢູ່ຢູແກຼນ


ລັດເຊຍຮຽກຮ້ອງອາເມ ລິກາສະກັດກັ້ນການ ນຳໃຊ້ກຳລັງອາວຸດ ຢູ່ຢູແກຼນ - ảnh 1

(ພາບ: AFP)

 (vovworld)- ທ່ານ​ປະທານາທິບໍດີ​ລັດ​ເຊຍ V.Putin ​ໄດ້​ຍົກ​ອອກຄຳຮຽກຮ້ອງ ອາ​ເມ​ລິ​ກາ ຈົ່ງ​ສະກັດ​ກັ້ນການ​ນຳ​ໃຊ້​ກຳລັງ​ອາວຸດຢູ່​ ຢູ​ແກຼນ ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ປະທານາທິບໍດີ ອາມ​ເລິ​ກາ Barack Obama. ​ແຈ້ງ​ການ​ໜັງ​ສຶພິມ​ຂອງ​ວັງ ​ແກຼມລີ ​ໃຫ້​ຮູ້​ວ່າ: ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ, ປະທານາທິບໍດີ​ລັດ​ເຊຍ V.Putin ​ໄດ້​ເນັ້ນຫນັກ​ວ່າ, ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່ Donetsk, Lugansk, Kharkov, Slavyansk ​ແລະ ນະຄອນ​ອື່ນໆ​ຢູ່ທາງ​ທິດຕາ​ເວັນ​ອອກ​ ​ແລະ ທາງ​ທິດ​ໃຕ້ ຢູ​ແກຼນ ​ແມ່ນຍ້ອນ​ວົງ​ການ​ການ​ນຳ​ຢູ່ Kiev ​ໃນ​ປະຈຸ​ບັນ ບໍ່​ຢາກ ​ແລະ ບໍ່​ມີ​ຄວາມ​ສາມາດ​ເອົາ​ໃຈ​​ໃສ່ເຖິງ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ລັດ​ເຊຍ ​ແລະ ຜູ້​ເວົ້າພາສາ​ລັດ​ເຊຍ. ​ແລະ ກໍ່ຕາມ​ວັງ ​ແກຼມລີ ​ແລ້ວ, ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ຄັ້ງນີ້, ປະທານາ ທິບໍດີ ອາມ​ເລິ​ກາ Barack Obama ​ໄດ້​ສະ​ແດງ​​ຄວາມ​ວິຕົກ​ກັງວົນຕໍ່​ເລື່ອງ​ລັດ​ເຊຍ ​ໄດ້​ຍືນ​ມື​ເຂົ້າ​ເຫດການ​ດັ່ງ​ຫ່າວ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ປະທານາທິບໍດີ​ລັດ​ເຊຍ V.Putin ​ໄດ້​ປະຕິ​ເສດ ​ແລະ ຖື​ວ່າ​, ບັນດາ​ຄຳ​ກ່າວ​ຫາ​ດັ່ງ​ຫ່າວ​ແມ່ນ​ອີງ​ຕາມ​​ຂໍ້​ມູນ​ຂ່າວ​ບໍ່​ໜ້າເຊື່ອໝັ້ນ./.

ຂ່າວ/ບົດ​ອື່ນ