ລັດເຊຍໃຫ້ສັດຕະຍາບັນຮ່າງສັນຍາການຄ້າເສລີລະຫວ່າງEAECກັບຫວຽດນາມ

ລັດເຊຍໃຫ້ສັດຕະຍາບັນຮ່າງສັນຍາການຄ້າເສລີລະຫວ່າງEAECກັບຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ເຊຍDmitry Medvedev
ພາບ:baomoi.com

 (vovworld)- ວັນ​ທີ 25/5, ລັດ​ຖະ​ບ​ານ ລັດ​ເຊຍ ໃຫ້​ສັດ​ຕະ​ຍາ​ບັນ​ຮ່າງ​ສັນ​ຍາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສ​ລີ FTA ລະ​ຫວ່າງ​ພັນ​ທະ​ມິດ​ເສດ​ຖະ​ກິດ ເອີ​ລົບ - ອາ​ຊີ(EAEC) ກັບ​ຫວຽດ​ນາມ. ເອ​ກະ​ສານ​ສັດ​ຕະ​ຍາ​ບັນ​ມ​ີ​ລາຍ​ເຊັນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Dmitry Medvedev ໄດ້​ແນະ​ນຳ​ໃນ​ວັນ​ດຽວ​ກັນ​ຜ່ານ​ຫນ້າ​ເວັບ​ຢ່າງ​ເປັນ​ທາງ​ການ​ຂອງ​ລັດ​ຖະ​ບານ ລັດ​ເຊຍ. ຫນ້າ​ເວັບ​ລັດ​ຖະ​ບານ ລັດ​ເຊຍ ຊີ້​ແຈ້ງວ່າ ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນີ້ ຈະ​ສ້າງ​ເງື່ອ​ນ​ໄຂ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ການ​ຄ້າ​ເຊິ່ງ​ກັນ ແລະ​ກັນ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ຄ້າ ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ​ຂອງ​ພັນ​ທະ​ມິດ​ກໍ​ຄື​ອະ​ນຸຍ​າດ​ແກ້​ໄຂ​ບັນ​ຫາ​ຮ່ວມ​ສຳ​ພັນ EAEC ກັ​ບ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ອາ​ຊີ -ປາ​ຊີ​ຟີກ.

ຂ່າວ/ບົດ​ອື່ນ