ລັດເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

(VOVWORLD) - ທ່ານ ໂດວັນຈ໊ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍທີ່ໄດ້ເສຍສະຫຼະອາຍຸໜຸ່ມແໜ້ນ
ລັດເອົາໃຈໃສ່, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 1ທ່ານ ໂດວັນຈ໊ຽນ ໄດ້ມອບຂອງຂວັນ ສູນເບິ່ງແຍງດູແລທະຫາຍເສຍອົງຄະ ຢຸຍຕຽນ, ແຂວງ ຮ່ານາມ
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2022), ຕອນບ່າຍວັນທີ 19 ກໍລະກົດ, ທ່ານ ໂດວັນຈ໊ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ທະຫານເສຍອົງຄະ, ທະຫານເຈັບປ່ວຍ ຢູ່ສູນເບິ່ງແຍງດູແລທະຫາຍເສຍອົງຄະ ຢຸຍຕຽນ, ແຂວງ ຮ່ານາມ.

        ນະທີ່ນີ້, ທ່ານ ໂດວັນຈ໊ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍທີ່ໄດ້ເສຍສະຫຼະອາຍຸໜຸ່ມແໜ້ນ, ເລືອດເນື້ອຂອງຕົນໃຫ້ແກ່ເອກະລາດຂອງປະເທດຊາດ. ທ່ານ ໂດວັນຈ໊ຽນ ເນັ້ນໜັກວ່າ: ຍາມໃດລັດກໍ່ເອົາໃຈໃສ່, ເບິ່ງແຍງດູແລ ມີຄຸນງາມຄວາມດີຕໍ່ການປະຕິວັດ, ຮັບຮູ້, ເຊີດຊູ, ຕອບບຸນແທນຄຸນຕໍ່ບັນດາຄວາມເສຍຫາຍເຈັບປວດ, ການເສຍສະຫຼະຂອງນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ຜູ້ມີຄຸນງາມຄວາມດີໃນທົ່ວປະເທດເວົ້າລວມ ແລະ ຂອງແຂວງຮ່ານາມ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ