ລົດໄຟຕົກລາງຢູ່ແອດສະປາຍເຮັດໃຫ້ກວ່າ 200 ຄົນຖືກເສຍຊີວິດແລະບາດເຈັບ

 

ລົດໄຟຕົກລາງຢູ່ແອດສະປາຍເຮັດໃຫ້ກວ່າ 200 ຄົນຖືກເສຍຊີວິດແລະບາດເຈັບ	 - ảnh 1
ລົດໄຟຕົກລາງຢູ່ ແອດສະປາຍ
ພາບ:internet


(vovworld)- ຕອນ​ຄຳ່​ວັນ​ທີ 24/7(ຕາມ​ເວລາ​ທ້ອງ​ຖິ່ນ)​ໄດ້​ເກີດ​ອຸປະຕິ​ເຫດ​ຮ້າຍ​ແຮງ​ຢູ່​ປະ​ເທດ​​ແອດ​ສະ​ປາຍ​ເມື່ອ​ລົດ​ໄຟ​ຖືກ​ຕົກ​ລາງ​ຢູ່​ຊານ​ນະຄອນ Santiago de Compostel ຂຶ້ນ​ກັບ​ເຂດ Galicia ທາງ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​ປະ​ເທດ​ນີ້​ ຊື່​ງ​ເຮັດ​ໃຫ້ຢ່າງ​ຫນ້ອຍ​ສຸດ 35 ຄົນ​ເສຍ​ຊີວິດ ​ແລະ ກວ່າ 200 ຄົນ​ຖືກ​ບາ​ດ​ເຈັບ.​ເຈົ້າ​ຫນ້າ​ທີ່​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ: ລົດ​ໄຟ​ຂົນ​ສົ່ງ​ຜູ້​ໂດຍສານ 238 ຄົນ ພວມ​ເດີນທາງ​ຈາກ​ນະຄອນຫລວງ​ Madrid ​​ໄປເຖິງ​ທ່າກຳ​ປັ່ນ Ferrol ​ແລະ ​ພາຍຫລັງ​ອອກ​ຈາກ​ຊານ​ນະຄອນ Santiago ກໍ່​ຖືກ​ຕົກ​ລາງ. ປະຈຸ​ບັນ ບໍ່​ທັນ​ຮູ້​ແຈ້ງ​ສາຍ​ເຫດ​ຂອງ​ອຸປະຕິ​ເຫດ​ດັ່ງກ່າວ​ເທື່ອ, ​ແຕ່​ລັດຖະບານ ​ແອດ​ສະ​ປາຍ ​ເຊື່ອ​ໝັ້ນ​ວ່າ: ນີ້​ພຽງ​ແຕ່​​ແມ່ນ​ອຸປະຕິ​ເຫດ​ເທົ່າ​ນັ້ນ. ຊ່ອງ​ໂທລະພາບ​ຂອງ​​ແອດ​ສະ​ປາຍ​ກໍ​ຄັດ​ຄຳ​ເວົ້າ​ຂອງ​ບັນດານ​ັກ​ໂດຍ​ສານ​ທີ່​ລອດ​ຕາຍ​ໃຫ້​ຮູ້​ວ່າ: ລົດ​ໄຟ​​ແລ່ນ​ໄວ​​ເກີນກຳນົດ.

 

ຂ່າວ/ບົດ​ອື່ນ