ລຶບຊື່ສະໜາມບິນ Phu Cat – Binh Dinh ອອກຈາກບັນຊີລາຍຊື່ ບັນດາເຂດຕິດທາດພິດສີສົ້ມ

ລຶບຊື່ສະໜາມບິນ Phu Cat – Binh Dinh ອອກຈາກບັນຊີລາຍຊື່ ບັນດາເຂດຕິດທາດພິດສີສົ້ມ - ảnh 1
ພາບປະກອບ

(vovworld) – ວັນ​ທີ 18/8, ຢູ່​ສະໜາມ​ບິນ​ການ​ທະຫານ Phu Cat, ​ແຂວງ Binh Dinh, ຫ້​ອງການຄະນະຊີ້​ນຳ​ແຫ່ງ​ຊາດ ​ແກ້​ໄຂ​ຜົນ​ຮ້າຍ​ຂອງ​ທາ​ດພິດ​ເຄມີ ​ໂດຍ ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ປາງ​ສົງ​ຄາມ ຢູ່​ຫວຽດນາມ ​ແລະ ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ ຈັດ​ຕັ້ງ​ພິທີ​ຖົມປົກດິນ​ທີ່​ຕິດ​ທາດ​ພິດ​ສີ​ສົ້ມ ດີ​ໂອ​ຊີ​ນ, ລຶບ​ຊື່​ສະໜາ​ບບິນ​ການ​ທະຫານ Phu Cat ອອກ​ຈາກ​ບັນຊີ​ລາຍ​ຊື່​ບັນດາ​ເຂດ​ຖືກ​ຕິດ​ທາດ​ພິດ​ສີ​ສົ້ມ​ຢູ່​ຫວຽດນາມ ຢ່າງ​ເປັນ​ທາງການ. ດິນ​ກ່ວາ 7.000 ມ3ທີ່ຖືກ​ຕິດ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ ຢູ່​ສະໜາມ​ບິນ​ການ​ທະຫານ Phu Cat ​ໄດ​້ຮັບ​ການຖົມ​ປົກ ຢ່າງ​ປອດ​ໄພ. ທ່ານ​ຮອງ​ສາດສະດາຈານ, ດຣ Le Ke Son, ຜູ້ອຳນວຍການ​ຫ້ອງ​ການ 33, ຜູ້ອຳນວຍການ​ຫ້ອງ​ການ​ຄະນະ​ຊີ້ນ​ຳ​ແຫ່ງ​ຊາດ​ແກ້​ໄຂ​ຜົນ​​ຮ້າຍ​ຢ້ອນ​ຫຼັງຈາກ​ທາດ​ພິດ​​ເຄມີ ​ໂດຍ ​ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງ​ຄາມ​ຢູ່​ຫວຽດນາ​ມ ​ໃຫ້​ຮູ້​ວ່າ:

“​ໂຄງການ​ແກ້​ໄຂ​ທາດ​ພິດ Phu Cat ບໍ​ແມ່ນ​ໂຄງການ​ໃຫຍ່​ເມື່ອ​ທຽບ​ກັບ​ໂຄງການ​ແກ້​ໄຂ​ທາດ​ພິດຢູ່ ດ່າ​ໜັງ ​ແລະ Bien Hoa ​ແຕ່​ນີ້​ແມ່ນ​ໂຄງການ​ສຳຄັນ ​ແລະ ມີ​ຄວາມ​ໝາ​ຍພິ​ເສດ. ອາດ​ເວົ້າ​ໄດ້​ວ່າ: ພວກ​ເຮົາ​ຢຸດຕິ​ບັນດາ​ຜົນ​ສະທ້ອນ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນທີ່​ມີ​ຕໍ່​ສິ່ງ​ແວດ​ລ້ອມ​ໃນ​ພາກ​ພື້ນ​ໂດຍ​ພື້ນຖານ. ນີ້​ແມ່ນ​ໂຄງການ​​​ທຳ​ອິດ​ທີ່ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ສາກົນ​ໃຫຍ່ ​ແລະ ດຶງ​ດູດ​ນັກວິທະຍາ​ສາດ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຫຼາຍ​ຄົນ​ເຂົ້າ​ຮ່ວມ. ພວກ​ເຮົາ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເພື່ອ​ສືບ​ຕໍ່​ຕິດຕາມ​ກວດກາ​ການບຸລະນະເພື່ອ​ຮັບປະກັນ​ຄຸນ​ນະພາ​ບຂອງ​ໂຄງການ.”

ຂ່າວ/ບົດ​ອື່ນ