ລະ​ດັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ຫວຽດ​ນາມ ຄາດ​ວ່າ​ ຈະບັນ​ລຸ 5,8%ໃນ​ປີ 2023

(VOVWORLD) - ພື້ນຖານເສດຖະກິດ ຫວຽດນາມ ຄາດວ່າຈະມີການຟື້ນຟູໂດຍໄວໃນອະນາຄົດໃກ້ໆນີ້ ຍ້ອນການບໍລິໂພກຢູ່ພາຍໃນປະເທດເພີ່ມຂຶ້ນຢ່າງແຮງ, ໄພເງິນເຟີ້ໄດ້ຮັບການໜູນຊ່ວຍຢູ່ລະດັບພໍດີ, ການເພີ່ມຄວາມໄວໃນການປ່ອຍເງິນລົງທຶນພາກລັດ ແລະ ການປະຕິຮູບການເຄື່ອນໄຫວດ້ານການຄ້າ.



ລະ​ດັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ຫວຽດ​ນາມ ຄາດ​ວ່າ​ ຈະບັນ​ລຸ 5,8%ໃນ​ປີ 2023 - ảnh 1ການຖະແຫຼງຂ່າວຂອງທະນາຄານ ADB (ພາບ: vtc)

ການເຕີບໂຕເສດຖະກິດຂອງ ຫວຽດນາມ ຄາດວ່າຈະມີການເຕີບໂຕຢູ່ລະດັບ 5,8% ໃນປີ 2023 ແລະ 6% ໃນປີ 2024, ຫຼຸດລົງໜ້ອຍໜຶ່ງເມື່ອທຽບໃສ່ກັບການຄາດຄະເນເມື່ອເດືອນ ເມສາແມ່ນ 6,5% ແລະ 6,8%. ໃນຂະນະນັ້ນ, ບັນດາການຄາດຄະເນກ່ຽວກັບໄພເງິນເຟີ້ ໄດ້ຮັບການດັດປັບຫຼຸດລົງແຕ່ 4,5% ລົງເຫຼືອ 3,8% ໃນປີ 2023 ແລະ ຈາກ 4,2% ລົງເຫຼືອ 4% ໃນປີ 2024.ນີ້ແມ່ນເນື້ອໃນທີ່ໄດ້ເຕື້ອງເຖິງໃນບົດລາຍງານແງ່ຫວັງພັດທະນາອາຊີ (ADO) ໂດຍທະນາຄານພັດທະນາອາຊີ (ADB) ປະກາດໃນການຖະແຫຼງຂ່າວ ທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ກັນຍາ ຢູ່ຮ່າໂນ້ຍ.

ບົດລາຍງານຂອງ ADB ຍົກໃຫ້ເຫັນບັນດາປັດໄຈຕົ້ນຕໍ່ທີ່ສົ່ງ ຜົນກະທົບຕໍພື້ນຖານເສດຖະກິດ ຫວຽດນາມ, ລວມມີ: ສະພາບການເສດຖະກິດທົ່ວໂລກຖືກຊຸດໂຊມ, ການຮັດແໜ້ນເງິນຕາຢູ່ບາງປະເທດພັດທະນາ ແລະ ການຂາດວັກຂາດຕອນຍ້ອນຄວາມເຄັ່ງຕຶງດ້ານພູມສາດການເມືອງໃນທົ່ວໂລກເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານ Shantanu Chakraborty ຜູ້ອຳນວຍການແຫ່ງຊາດ ຂອງ ADB ປະຈຳ ຫວຽດນາມ ແລ້ວ, ພື້ນຖານເສດຖະກິດ ຫວຽດນາມ ຄາດວ່າຈະມີການຟື້ນຟູໂດຍໄວໃນອະນາຄົດໃກ້ໆນີ້ ຍ້ອນການບໍລິໂພກຢູ່ພາຍໃນປະເທດເພີ່ມຂຶ້ນຢ່າງແຮງ, ໄພເງິນເຟີ້ໄດ້ຮັບການໜູນຊ່ວຍຢູ່ລະດັບພໍດີ, ການເພີ່ມຄວາມໄວໃນການປ່ອຍເງິນລົງທຶນພາກລັດ ແລະ ການປະຕິຮູບການເຄື່ອນໄຫວດ້ານການຄ້າ.

ທີ່ການຖະແຫຼງຂ່າວ, ທ່ານ ຫງວຽນບ໊າຮຸ່ງ ຫົວໜ້າຄະນະນັກຊ່ຽວຊານດ້ານເສດຖະກິດ ADB ໃຫ້ຂໍ້ສັງເກດວ່າ:

ການເຕີບໂຕເສດຖະກິດມີຄວາມສາມາດຟື້ນຟູ ໃນສະພາບການປະສົບກັບສິ່ງທ້າຍນາໆປະການ. ດັ່ງນັ້ນ, ແງ່ຫວັງມີຄວາມປະເອີບໃຈພໍສົມຄວນ. ເສດຖະກິດຍັງມີການພັດທະນາໃນ ລະດັບ 5,8 – 6%, ແຕ່ຕ້ອງມີຄວາມລະມັດລະວັງຕໍ່ບັນດາຄວາມສ່ຽງທີ່ເກີດຂຶ້ນໃນປັດຈຸບັນ. ບັນດາປັດໄຈພາຍໃນປະເທດ ແລະ ນະໂຍບາຍເປັນເຈົ້າການຈະແມ່ນພື້ນຖານ ເພື່ອການເຕີບໂຕເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ