ລະບຽບ​ການ​ຜ່ານ​ແດນ​ທາງ​ເອ​​ເລັກ​ໂຕ​ນິກ​ໄດ້​ປະ​ຕິ​ບັດ​ຕະຫຼອດ 24 ຊົ່ວ​ໂມງ​

(VOVWORLD) - ລະບຽບການຜ່ານແດນທາງເອເລັກໂຕນິກໄດ້ປະຕິບັດຕະຫຼອດ 24 ຊົ່ວໂມງ, ນັບທັງວັນພັກ, ວັນບຸນຕ່າງໆກໍ່ຕາມ.
ລະບຽບ​ການ​ຜ່ານ​ແດນ​ທາງ​ເອ​​ເລັກ​ໂຕ​ນິກ​ໄດ້​ປະ​ຕິ​ບັດ​ຕະຫຼອດ 24 ຊົ່ວ​ໂມງ​ - ảnh 1 ພາບປະກອບ (baochinhphu.vn)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ປະກາດໃຊ້ຂໍ້ຕົກລົງວ່າດ້ວຍການປະຕິບັດ ລະບຽບການຜ່ານແດນທາງເອເລັກໂຕນິກຢູ່ບັນດາດ່ານຊາຍແດນໂດຍກະຊວງປ້ອງກັນປະເທດຄຸ້ມຄອງ. ຂໍ້ຕົກລົງດັ່ງກ່າວໄດ້ກຳນົດການປະຕິບັດລະບຽບການຜ່ານແດນທາງເອເລັກໂຕນິກສຳລັບ ປະຊາຊົນ, ຜູ້ຂັບລົດ ແລະ ຜູ້ໂດຍສານ, ພາຫະນະທີ່ເຂົ້າອອກເມືອງຢູ່ດ່ານຊາຍແດນສາກົນ, ດ່ານຊາຍແດນຕົ້ນຕໍຢູ່ເຂດຊາຍແດນທາງປົກ, ກຳປັ່ນຂອງ ຫວຽດນາມ ທີ່ເຄື່ອນໄຫວຢູ່ພາຍໃນປະເທດທີ່ເຂົ້າທຽບທ່າ ແລະ ອອກຈາກທ່າກຳປັ່ນ, ອອກ ວີຊາຢູ່ບັນດາດ່ານຊາຍແດນສາກົນເຂດຊາຍແດນທາງປົກ ແລະ ທາງນຳຢູ່ທ່າກຳປັ່ນໂດຍກະຊວງປ້ອງກັນປະເທດຄຸ້ມຄອງ. ລະບຽບການຜ່ານແດນທາງເອເລັກໂຕນິກໄດ້ປະຕິບັດຕະຫຼອດ 24 ຊົ່ວໂມງ, ນັບທັງວັນພັກ, ວັນບຸນຕ່າງໆກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ