ລາງວັນ VinFuture 2023 ມຸ່ງໄປເຖິງການປະດິດແຕ່ງ ຊຸກຍູ້ການພັດທະນາແບບຍືນຍົງ

(VOVWORLD) - ກອງທຶນ VinFuture ແມ່ນກອງທຶນເຄື່ອນໄຫວປອດກຳໄລໂດຍ ເສດຖີເງິນຕື້ ຟ້າມເຍີດເວື້ອງ ແລະ ພັນລະຍາ ແມ່ນທ່ານນາງ ຟ້າມທູເຮືອງ ພ້ອມກັນສ້າງຂຶ້ນ
ລາງວັນ VinFuture 2023 ມຸ່ງໄປເຖິງການປະດິດແຕ່ງ ຊຸກຍູ້ການພັດທະນາແບບຍືນຍົງ - ảnh 1ບັນດານັກວິທະຍາສາດໄດ້ຮັບລາງວັນ VinFuture 2022
(ພາບ:hanoimoi.com.vn)

ວັນທີ 9 ມັງກອນ, ລາງວັນ VinFuture ໄດ້ເລີ່ມການເຄື່ອນໄຫວໃນປີ 2023 ຢ່າງເປັນທາງການ, ດ້ວຍເວລາຮັບການສະເໜີແຕ່ເວລາ 14 ໂມງຂອງວັນທີ 9 ມັງກອນ 2023 ຮອດເວລາ 14 ໂມງຂອງວັນທີ 15 ພຶດສະພາ 2023.  ກອງທຶນ VinFuture ແມ່ນກອງທຶນເຄື່ອນໄຫວປອດກຳໄລໂດຍ ເສດຖີເງິນຕື້ ຟ້າມເຍີດເວື້ອງ ແລະ ພັນລະຍາ ແມ່ນທ່ານນາງ ຟ້າມທູເຮືອງ ພ້ອມກັນສ້າງຂຶ້ນ. ການເຄື່ອນໄຫວຕົ້ນຕໍຂອງກອງທຶນແມ່ນມອບລາງວັນ VinFuture ປະຈຳປີໃຫ້ບັນດາການປະດິດແຕ່ງດ້ານວິທະຍາສາດ - ເຕັກໂນໂລຊີ ກະໂດດຂັ້ນທີ່ໄດ້, ພວມ ຫຼື ມີຄວາມສາມາດສ້າງການປ່ຽນແປງທີ່ມີຄວາມໝາຍໃນຊີວິດຂອງມະນຸດ.

        ລະບົບລາງວັນລວມມີ ລາງວັນໃຫຍ່ສຸດມູນຄ່າ 3 ລ້ານ USD, ເຊິ່ງເປັນໜຶ່ງໃນບັນດາລາງວັນປະຈຳປີທີ່ມີມູນຄ່າໃຫຍ່ສຸດໃນໂລກນັບແຕ່ກ່ອນມາ; ລາງວັນພິເສດ 3 ລາງວັນ, ແຕ່ລະລາງວັນມີມູນຄ່າ 500.000 USD, ສະຫງວນໃຫ້ບັນດານັກວິທະຍາສາດຍິງ, ບັນດານັກວິທະຍາສາດມາຈາກບັນດາປະເທດພວມພັດທະນາ ແລະ ບັນດານັກວິທະຍາສາດຄົ້ນຄ້ວາໃນຂົງເຂດໃໝ່.

        ດ້ວຍວິໄສທັດ ແລະ ພາລະກິດ “ວິທະຍາສາດຮັບໃຊ້ມວນມະນຸດ”, ລາງວັນ VinFuture ປີ 2023 ມຸ່ງໄປເຖິງການຮັບຮູ້ ແລະ ຍ້ອງຍໍຊົມເຊີຍບັນດາການຄົ້ນຄ້ວາວິທະຍາສາດ, ປະດິດຄິດສ້າງເຕັກໂນໂລຊີມີລັກສະນະກະໂດດຂັ້ນ, ປະກອບສ່ວນແກ້ໄຂບັນດາບັນຫາທີ່ມະນຸດພວມຕ້ອງປະເຊີນໜ້າ ແລະ ນຳມາເຊິ່ງການພັດທະນາແບບຍືນຍົງໃຫ້ແກ່ຊີວິດມະນຸດໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ