ລາງວັນສື່ມວນຊົນທົ່ວປະເທດກ່ຽວກັບວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນປີ 2018

(VOVWORLD) - ວັນທີ 17 ມິຖຸນາ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະຫລຸບ, ມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນປີ 2018.
ລາງວັນສື່ມວນຊົນທົ່ວປະເທດກ່ຽວກັບວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນປີ 2018 - ảnh 1 ພິທີມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນປີ 2018

ນີ້ແມ່ນການເຄື່ອນໄຫວປະຈຳປີ ແນໃສ່ສົ່ງເສີມຜູ້ເຮັດວຽກງານສື່ຂ່າວທີ່ມີບັນດາບົດຂຽນມ່ວນ ຫຼື ສ່ອງແສງເຖິງວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ, ເຍົາວະຊົນ, ຊີວິດການເປັນຢູ່ຂອງໄວໜຸ່ມຢ່າງຊີວິດຊີວາ.

        ໃນຈຳນວນບົດປະພັນເຂົ້າຮ່ວມການແຂ່ງຂັນກ່ວາ 500 ບົດ, ຄະນະຈັດຕັ້ງໄດ້ເລືອກເຟັ້ນ ແລະ ມອບລາງວັນໃຫ້ບົດປະພັນສື່ມວນຊົນທີ່ດີເລີດທີ່ສຸດ ໃນແຕ່ລະປະເພດຈຳນວນ 23 ບົດ. ນັກຂ່າວ ກວກທ໋າຍ ສັງກັດໜັງສືພິມ ເກິນເທີ ຕາງໜ້າກຸ່ມນັກປະພັນຍາດໄດ້ລາງວັນທີ 3 ແບ່ງປັນວ່າ:

        “ດ້ວຍຄວາມຮັບຜິດຊອບຂອງຜູ້ເຮັດວຽກງານສື່ຂ່າວ ຂ້າພະເຈົ້າຮູ້ສຶກວ່າ ຄວນເຮັດໃຫ້ພໍ່ແມ່ປະຊາຊົນໃນດິນຕໍ່ແຜ່ນ ເຫັນໄດ້ວ່າ ການອຸທິດສ່ວນຂອງໄວໜຸ່ມ ຄວນໄດ້ຮັບຄວາມເຄົາລົບນັບຖື ແລະ ລະດົມກຳລັງໃຈ ເພື່ອໃຫ້ໄວໜຸ່ມໃນດິນຕໍ່ແຜ່ນມຸ່ງໄປເຖິງທະເລໝູ່ເກາະ, ເຮັດໄດ້ຄືດັ່ງກ່າວ ລະຫວ່າງແນວຫລັງ ແລະ ແນວໜ້າພ້ອມກັນມີຄວາມສາມັກຄີ ແມ່ນທະເລໝູ່ເກາະຂອງພວກເຮົາຈຶ່ງໝັ້ນຄົງ”.

        ປີ 2019, ຄະນະເລຂາສູນກາງຄະນະຊາວໜຸ່ມ ຈະສືບຕໍ່ຈັດຕັ້ງການແຂ່ງຂັນຊີງລາງວັນສື່ມວນຊົນກ່ຽວກັບວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ