ລາຊະອານາຈັກອັງກິດບໍ່ສ້າງຄວາມດຶງດູດວົງການນັກລົງທຶນຍີ່ປຸ່ນໄດ້ຫຼາຍຖ້າຫາກອອກຈາກ EU

ລາຊະອານາຈັກອັງກິດບໍ່ສ້າງຄວາມດຶງດູດວົງການນັກລົງທຶນຍີ່ປຸ່ນໄດ້ຫຼາຍຖ້າຫາກອອກຈາກ EU - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຍີ່​ປຸ່ນ Shinzo Abe
ຮຽກ​ຮ້ອງ​ໃຫ້​ອັງ​ກິດ ບໍ່​ລາ​ອອກ​ຈາກສະ​ຫະ​ພາບ​ເອີ​ລົບ
(ພາບ: AFP/TTXVN)

(vovworld) - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຍີ່​ປຸ່ນ Shinzo Abe ໄດ້​ຮຽກ​ຮ້ອງ​ໃຫ້​ອັງ​ກິດ ບໍ່​ລາ​ອອກ​ຈາກສະ​ຫະ​ພາບ​ເອີ​ລົບ (EU) ກ່ອນ​ທີ່​ປະ​ເທດນີ້​ປ່ອນ​ບັດ​ຕົກ​ລົງ​ຈະ​ລາ​ອອກ​ຈາກ EU ຫຼື ບໍ່ ໃນ​ວັນ​ທີ 23/06 ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸ​ມ​ຂ່າວ​ຮ່ວມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ​ໃນ​ຂະ​ນະ​ທີ່​ທ່ານ Shinzo Abe ພວມ​ຢ້ຽມ​ຢາມ ລອນດອນ ໃນ​ວັນ​ທີ 05/05, ທ່ານ Shinzo Abe ໄ​ດ້​ເວົ້າ​ວ່າ, ການ​ປ່ອ​ນ​ບັດ​ລາ​ອອກ​ຈາກ EU ຈະ​ເຮັດ​ໃຫ້​ອັງ​ກິດ ​ກາຍ​ເປັນ​ສະ​ຖານ​ທີ່ບໍ່​​ສ້າງ​​ຄວາມ​ດຶງ​ດູດ​​ຫຼາຍ​ສຳ​ລັບ​ວົງ​ການ​ນັກ​ລົງ​ທຶນ​ຍີ່​ປຸ່ນ. ເຖິງວ່າ, ​ຢືນ​ຢັນ​ເລື່ອງອັງ​ກິດ​ຈະ​ເປັນສະ​ມາ​ຊິກ​ຂອງ EU ອີກ ຫຼື ບໍ່​​ແມ່ນ​ຂຶ້ນ​ກັບ​ສິດ​ຂອງ​ປະ​ຊາ​ຊົນອັງ​ກິດ​ກໍ່​ຕາມ, ແຕ່​ການ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫ​ຍ່​ອັນ​ດັບ 3 ໃນ​ໂລກນີ້ ກໍ່​ຖື​ວ່າ, ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ຍີ່​ປຸ່ນ ຈະ​ຖືກ​ຮັບ​ຜົນ​ສະ​ທ້ອນ ຍ້ອນ​ການ​ປ່ອນ​ບັດ​​ລົງ​ປະ​ຊາ​ມະ​ຕິ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ