ລາຍ​ການ “ຂອງ​ຂວັນ​​ແຫ່ງ​ຄວາມ​ມະ​ຫາສາ​ມັກ​ຄີ 1 ລ້າ​ນ​ພູດ ຕໍ່​ກຳ​ລັງ​ແກ່​ພໍ່​ແມ່​ພີ່​ນ້ອງ​ຢູ່​ພາກ​ໃຕ້​ ຫວຽດ​ນາມ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19”

(VOVWORLD) -ຕອນບ່າຍວັນທີ 25 ສິງຫາ, ຄະນະປະຈຳ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງການຜັນຂະຫຍາຍປະຕິບັດລາຍການ “ຂອງຂວັນແຫ່ງຄວາມມະຫາສາມັກຄີ 1 ລ້ານພູດ ຕໍ່ກຳລັງແກ່ພໍ່ແມ່ພີ່ນ້ອງຢູ່ພາກໃຕ້ ຫວຽດນາມ ຜ່ານຜ່າໂລກລະບາດໂຄວິດ - 19” ດ້ວຍເປົ້າໝາຍ ລະດົມຂົນຂວາຍຂອງຂວັນແຫ່ງຄວາມມະຫາສາມັກຄີໄດ້ຢ່າງໜ້ອຍສຸດ 1 ລ້ານ ພູດ ລວມມູນຄ່າປະມານ 300 ຕື້ດົ່ງ ເພື່ອຊ່ວຍເຫຼືອປະຊາຊົນນະຄອນ ໂຮ່ຈີມິນ ແລະ ບັນດາແຂວງພາກໃຕ້ ຫວຽດນາມ ທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19.

ວັນທີ 25 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ລົງກວດກາວຽກງານປະຕິບັດການຍົກລະດັບການແຍກຫ່າງສັງຄົມ ແລະ ປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດໃນບໍລິເວນເມືອງ 12, ເມືອງ ຮອກມົນ ນະຄອນໂຮ່ຈີມິນ. ພ້ອມທັງຢື້ຢາມຖາມຂ່າວ, ລະດົມກຳລັງໃຈປະຊາຊົນ, ຖັນແຖວແພດໝໍ, ນາງພະຍາບານທີ່ເຂົ້າຮ່ວມການເກັບຕົວຢ່າງ ແລະ ກຳລັງນັກຮົບຕຳຫຼວດ, ທະຫານທີ່ພວມປະຕິບັດໜ້າທີ່ຊ່ວຍເຫຼືອປະຊາຊົນຢູ່ເຂດຈຳກັດບໍລິເວນ(ເຂດຖືກລອກດາວ).

ລາຍ​ການ “ຂອງ​ຂວັນ​​ແຫ່ງ​ຄວາມ​ມະ​ຫາສາ​ມັກ​ຄີ 1 ລ້າ​ນ​ພູດ ຕໍ່​ກຳ​ລັງ​ແກ່​ພໍ່​ແມ່​ພີ່​ນ້ອງ​ຢູ່​ພາກ​ໃຕ້​ ຫວຽດ​ນາມ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19”  - ảnh 1ລາຍການ “ຂອງຂວັນແຫ່ງຄວາມມະຫາສາມັກຄີ 1 ລ້ານພູດ ຕໍ່ກຳລັງແກ່ພໍ່ແມ່ພີ່ນ້ອງຢູ່ພາກໃຕ້ ຫວຽດນາມ ຜ່ານຜ່າໂລກລະບາດໂຄວິດ - 19” (ພາບ: ແນວໂຮມປະເທດຊາດ ຫວຽດນາມ)
ໂດຍສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບທົ່ວປະເທດເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຕອນບ່າຍວັນທີ 25 ສິງຫາ, ຄະນະປະຈຳ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງການຜັນຂະຫຍາຍປະຕິບັດລາຍການ “ຂອງຂວັນແຫ່ງຄວາມມະຫາສາມັກຄີ 1 ລ້ານພູດ ຕໍ່ກຳລັງແກ່ພໍ່ແມ່ພີ່ນ້ອງຢູ່ພາກໃຕ້ ຫວຽດນາມ ຜ່ານຜ່າໂລກລະບາດໂຄວິດ - 19” ດ້ວຍເປົ້າໝາຍ ລະດົມຂົນຂວາຍຂອງຂວັນແຫ່ງຄວາມມະຫາສາມັກຄີໄດ້ຢ່າງໜ້ອຍສຸດ 1 ລ້ານ ພູດ ລວມມູນຄ່າປະມານ 300 ຕື້ດົ່ງ ເພື່ອຊ່ວຍເຫຼືອປະຊາຊົນນະຄອນ ໂຮ່ຈີມິນ ແລະ ບັນດາແຂວງພາກໃຕ້ ຫວຽດນາມ ທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19.

        ໃນວັນທີ 25 ສິງຫາ, ລາຍການດັ່ງກ່າວກໍໄດ້ມອບຂອງຂວັນໃຫ້ແກ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງພາກໃຕ້ ພວມປະຕິບັດການແຍກຫ່າງສັງຄົມ ຈຳນວນ 600.000 ພູດ ລວມມູນຄ່າປະມານ 180 ຕື້ດົ່ງ. 

ຕອບກັບ

ຂ່າວ/ບົດ​ອື່ນ