ລາຍ​ການ “ບຸນ​ເຕັດ​ແບ່ງ​ປັນ, ປີມະ​ໂຣ​ງ ວັດ​ທະ​ນາ​ຖາ​ວອນ” ມອບ​ຂອງ​ຂວັນ​ບຸນ​ເຕັດກ່​ວາ 10.000 ພູດ ໃຫ້​ແກ່​ຜູ້​ອອກ​ແຮງ​ງານ

(VOVWORLD) - ທີ່ພິທີປຸກລະດົມ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 400 ພູດ ລວມມີ ເງິນສົດ ແລະ ເຄື່ອງຂອງທີ່ຈຳເປັນຍາມບຸນເຕັດ ໃຫ້ແກ່ກຳມະກອນ, ຜູ້ອອກແຮງງານທ້ອງຖິ່ນທີ່ປະສົບກັບຄວາມຫຍຸ້ງຍາກ.
ລາຍ​ການ “ບຸນ​ເຕັດ​ແບ່ງ​ປັນ, ປີມະ​ໂຣ​ງ ວັດ​ທະ​ນາ​ຖາ​ວອນ” ມອບ​ຂອງ​ຂວັນ​ບຸນ​ເຕັດກ່​ວາ 10.000 ພູດ ໃຫ້​ແກ່​ຜູ້​ອອກ​ແຮງ​ງານ - ảnh 1ຄະນະຈັດຕັ້ງມອບຂອງຂວັນໃຫ້ແກ່ກຳມະກອນ ຜູ້ອອກແຮງງານ (ພາບ: ຄະນະຊາວໜຸ່ມ ກອມມູນິດ ນະຄອນ ໂຮ່ຈີມິນ)

ຕອນຄ່ຳວັນທີ 6 ມັງກອນ, ຢູ່ນະຄອນ ທ້ວນອານ, ແຂວງ ບິ່ງເຢືອງ, ບັນດາການເຄື່ອນໄຫວ “ບຸນເຕັດແບ່ງປັນ, ປີມະໂຣງ ວັດທະນາຖາວອນ” ໄດ້ປຸກລະດົມຢ່າງເປັນທາງການ. ນີ້ແມ່ນສະຖານທີ່ທຳອິດໃນ 25 ແຂວງ, ນະຄອນ ເຊິ່ງລາຍການຈະຈັດຂຶ້ນ (ແຕ່ວັນທີ 6/1 – 5/2/2024) ດ້ວຍຂອງຂວັນບຸນເຕັດ ກ່ວາ 10.400 ພູດ ທີ່ມີຍອດມູນຄ່າ 7,4 ຕື້ດົ່ງ (ກ່ວາ 300.000USD) ຄາດວ່ຈະໄດ້ມອບໃຫ້ແກ່ກຳມະກອນ, ຜູ້ອອກແຮງງານ ທີ່ບໍ່ມີວຽກເຮັດງານທຳ ຍ້ອນຜົນສະທ້ອນພາຍຫຼັງພະຍາດໂຄວິດ -19, ຊາວປະມົງ ແລະ ທະຫານປ້ອງກັນຊາຍແດນ…

ທີ່ພິທີປຸກລະດົມ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 400 ພູດ ລວມມີ ເງິນສົດ ແລະ ເຄື່ອງຂອງທີ່ຈຳເປັນຍາມບຸນເຕັດ ໃຫ້ແກ່ກຳມະກອນ, ຜູ້ອອກແຮງງານທ້ອງຖິ່ນທີ່ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ