ລາຍ​ການ “ຫົວ​ໃຈ ຫວຽດ​ນາມ” ພັນລະນາບຸກຄະລິກກະພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ

(VOVWORLD) -ລາຍການບໍ່ພຽງແຕ່ພັນລະນາບຸກຄະລິກກະພາບອັນຍິ່ງໃຫຍ່ຂອງສະຕະວັດທີ XX ເທົ່ານັ້ນ, ຫາກຍັງຍິ່ງກ່ວາສິ່ງໃດໝົດ ແມ່ນເພື່ອຢັ້ງຢືນຄຸນຄ່າ ຫວຽດນາມ ອະມະຕະ. 
ລາຍ​ການ “ຫົວ​ໃຈ ຫວຽດ​ນາມ”  ພັນລະນາບຸກຄະລິກກະພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ - ảnh 1ພົບປະກັບຕົວພະຍານ (ພາບ: sggp.org.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງທ່ານພົນເອກ ຫວໍງວຽນຢາບ, ສະຖານີໂທລະພາບ ຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດ ແລະ ບັນດາອົງການທີ່ກ່ຽວຂ້ອງ ປະຕິບັດລາຍການ “ຫົວໃຈຫວຽດນາມ”, ເຊິ່ງໄດ້ອອກອາກາດໃນຕອນຄ່ຳວັນທີ 22 ສິງຫາຜ່ານຊ່ອງໂທລະພາບ VTV1.

ລາຍການບໍ່ພຽງແຕ່ພັນລະນາບຸກຄະລິກກະພາບອັນຍິ່ງໃຫຍ່ຂອງສະຕະວັດທີ XX ເທົ່ານັ້ນ, ຫາກຍັງຍິ່ງກ່ວາສິ່ງໃດໝົດ ແມ່ນເພື່ອຢັ້ງຢືນຄຸນຄ່າ ຫວຽດນາມ ອະມະຕະ. ໄປຄຽງຄູ່ກັບບັນດາບົດສາລະຄະດີ, ຮູບພາບຕ່າງໆ ເພື່ອແນໃສ່ວາດພາບເຖິງບັນຍາກາດປະຫວັດສາດ, ບັນດາຂີດໝາຍຈຸດເວລາ ທີ່ຕິດພັນກັບຊື່ສຽງຂອງ ທ່ານພົນເອກ ຫວໍງວຽນຢາບ, ບັນດາການໂອ້ລົມໃນລາຍການ ໄດ້ເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກ ທັງເຄົາລົບນັບຖື, ເອກອ້າງທະນົງໃຈ, ທັງສະໜິດຕິດພັນ,  ສັດຊື່ ຈາກແງ່ມູມຂອງແຂກຖືກເຊີນ. ລາຍການຍັງມີບັນດາລາຍການສະແດງສິລະປະທີ່ມີບັນດາທຳນຳເພັງສະຫງ່າຜ່າເຜີຍ ກ່ຽວກັບຄວາມຮັກບ້ານເກີດເມືອງນອນປະເທດຊາດ, ກ່ຽວກັບຈິດໃຈຫວຽດນາມ ໂດຍບັນດານັກສິລະປິນ, ນັກຮ້ອງທີ່ມີຊື່ສຽງ ສະແດງ.

ຕອບກັບ

ຂ່າວ/ບົດ​ອື່ນ