ລາຍການ “ຫົວໃຈດຽວ, ໂລກດຽວ” - ຍ້ອງຍໍແບບຢ່າງເປັນຄົນພິການ, ເດັກກ່ຳພ້າຜ່ານຜ່າຄວາມຫຍຸ້ງຍາກ

ລາຍການ “ຫົວໃຈດຽວ, ໂລກດຽວ” - ຍ້ອງຍໍແບບຢ່າງເປັນຄົນພິການ, ເດັກກ່ຳພ້າຜ່ານຜ່າຄວາມຫຍຸ້ງຍາກ - ảnh 1
ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ “ຫົວ​ໃຈ​​ດຽວ, ​ໂລກ​​ດຽວ”
(ພາບ: TTXVN)

(vovworld) - ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ “ຫົວ​ໃຈ​​ດຽວ, ​ໂລກ​​ດຽວ” ຄັ້ງ​ທີ 14 ​ໂດຍ​ສະມາຄົມອຸປະກາລະ​ຄົນ​ພິການ ​ແລະ ​ເດັກ​ກ່ຳພ້າ ຫວຽດນາມ ​ແລະ ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ສົມທົບ​ກັນ​ຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ວັນ​ທີ 12/04 ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ລາຍການພົບ​ປະ​ແລກປ່ຽນ​ສິລະ​ປະ ​​ເຊິ່ງ​ໄດ້ຈັດ​ຕັ້ງ​ປະຈຳ​ປີ ​ເພື່ອ​ໂຄສະນາ, ຍົກ​ສູງ​ຄວາ​ມຮັບຮູ້​ກ່ຽວ​ກັບ​ບັນດາ​ບັນຫາ​ຂອງ​ຄົນ​ພິການ, ຍ້ອງຍໍ​ບັນດາ​ແບບຢ່າງ​ທີ່​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຜູ້​ໃຈບຸນໃຈ​ກຸສົນ. ກ່າວ​ຄຳ​ເຫັນ​ທີ່​ລາຍການ, ທ່ານ ຫງວຽນ​ດີງລຽວ ປະທານ​ສະມາຄົມ​ອຸປະຖຳ​ຄົນ​ພິການ ​ແລະ ​ເດັກ​ກ່ຳພ້າ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ພັກ, ລັດ​ມີ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃຫຍ່​ຫລາຍ​ຢ່າງ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ສຳລັບ​ ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຄົມ​ຄົນ​ພິການ ​ແລະ ​ເດັກ​ກຳ່ພ້າ. ບັນດາ​ນະ​ໂຍບາຍ​ນັ້ນ ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ​ຂອງ​ລັດຖະບານ ​ໃນ​ການ​ປົກ​ປ້ອງ ​ແລະ ຊຸກຍູ້​ການ​ພັດທະນາ ​ເພື່ອ​ຜົນ​ປະ​ໂຫຍ​ດສະຫງວນ​ໃຫ້​ຄົນ​ພິການ ​ແລະ ​ເດັກ​ກ່ຳພ້າ, ພ້ອມ​ທັງ ວາງ​ອອກ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ​ໃນ​ການ​ປະຕິບັດ​ພາລະ​ບົດບາດ, ໜ້າ​ທີ່​ຂອງ​ຕົນ”.


ຕອບກັບ

ຂ່າວ/ບົດ​ອື່ນ