ລາຍການ “ເຂັ້ມຂຸ້ມໄປດ້ວຍສີສັນວັດທະນະທຳບັນດາເຜົ່າ ຫວຽດນາມ”

(VOVWORLD) -ໃນໂອກາດງານບຸນວັນທີ 30 ເມສາ -01 ພຶດສະພາ ຈະດຳເນີນການເຄື່ອນໄຫວພົ້ນເດັ່ນແມ່ນ “ຕະຫຼາດນັດເຂດພູສູງ - ຈຸດນັດພົບ ເຊີນລາ”.
ລາຍການ “ເຂັ້ມຂຸ້ມໄປດ້ວຍສີສັນວັດທະນະທຳບັນດາເຜົ່າ ຫວຽດນາມ” - ảnh 1ລາຍການນີ້ແມ່ນເພື່ອແນໃສ່ສະໜັບສະໜູນ, ເຊີດຊູວັນວັດທະນະທຳບັນດາເຜົ່າ ຫວຽດນາມ
(ພາບປະກອບ: QĐND)

ລາຍການ “ເຂັ້ມຂຸ້ມໄປດ້ວຍສີສັນວັດທະນະທຳບັນດາເຜົ່າ ຫວຽດນາມ” ແມ່ນເພື່ອແນໃສ່ສະໜັບສະໜູນ, ເຊີດຊູວັນວັດທະນະທຳບັນດາເຜົ່າ ຫວຽດນາມ (ຄືວັນທີ 19 ເມສາ) ເຊິ່ງດຳເນີນໃນລະຫວ່າງວັນທີ 01 ເມສາ ຫາວັນທີ 03 ພຶດສະພາ ຢູ່ບ້ານວັດທະນະທຳ (ເທດສະບານ ເຊີນໄຕ, ຮ່າໂນ້ຍ). ລາຍການລວມມີການເຄື່ອນໄຫວທີ່ເປັນເອກະລັກສະເພາະ ແລະ ດຶງດູດຫຼາຍຢ່າງ.

ພິເສດ, ໃນໂອກາດງານບຸນວັນທີ 30 ເມສາ -01 ພຶດສະພາ ຈະດຳເນີນການເຄື່ອນໄຫວພົ້ນເດັ່ນແມ່ນ “ຕະຫຼາດນັດເຂດພູສູງ - ຈຸດນັດພົບ ເຊີນລາ”. ຄະນະຈັດຕັ້ງຈະສ້າງບັນຍາກາດຂອງຕະຫຼາດເຂດພູສູງທີ່ເຂັ້ມຂຸ້ນສີສັນວັດທະນະທຳບັນດາເຜົ່າເຂດ ໄຕບັກ (ທິດຕາເວັນຕົກສ່ຽງເໜືອ), ດົງບັກ (ທິດຕາເວັນອອກສ່ຽງເໜືອ). ລາຍການ “ສີສັນຕະຫຼາດນັດ” ຂອງປະຊາຄົມບັນດາເຜົ່າ ຢູ່ງານຕະຫຼາດນັດທາງພາກເໜືອລວມປະກອບຫຼາຍລາຍການພົບປະແລກປ່ຽນວັດທະນະທຳລະຫວ່າງປະຊາຄົມບັນດາຊົນເຜົ່າ, ຍ້ອງຍໍບ້ານເກີດເມືອງນອນ ປະເທດຊາດ, ສີສັນຂອງແຕ່ລະເຂດພາກ. ພໍ່ແມ່ປະຊາຊົນຊາວເຜົ່າກໍ່ເຂົ້າຮ່ວມການລະຫຼີ້ນພື້ນເມືອງພ້ອມກັບແຂກຜູ້ເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ