ລາຍການ “ເຂົ້າຕົ້ມແຫ່ງສາຍຈິດມິດໃຈ-ຕ້ອນຮັບບຸນປີໃໝ່ປີກຸນ 2019”

(VOVWORLD) -ຕອນເຊົ້າວັນທີ 16 ມັງກອນ, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລ່ ດ້າຍນາມ ໄດ້ຈັດລາຍການ “ເຂົ້າຕົ້ມແຫ່ງສາຍຈິດມິດໃຈ-ຕ້ອນຮັບບຸນປີໃໝ່ປີກຸນ 2019”
ລາຍການ “ເຂົ້າຕົ້ມແຫ່ງສາຍຈິດມິດໃຈ-ຕ້ອນຮັບບຸນປີໃໝ່ປີກຸນ 2019” - ảnh 1(ນັກສຶກສາລາວ ແຂ່ງຂັນຫໍ່ເຂົ້າຕົ້ມ)

ດ້ວຍການເຄື່ອນໄຫວຫຼາຍຢ່າງຄື: ແຂ່ງຂັນຫໍ່ເຂົ້າຕົ້ມ; ໃຫ້ຕົວໜັງສືເປັນຂອງຂວັນ; ການລະຫຼີ້ນພື້ມເມືອງ… ນອກຈາກການເຂົ້າຮ່ວມຂອງຄູອາຈານ ແລະ ນັກສຶກສາຫວຽດນາມ ເປັນຈຳນວນຫຼາຍແລ້ວ, ພິເສດ ປີນີ້ຍັງມີການເຂົ້າຮ່ວມຂອງບັນດາເພື່ອນນັກສຶກສາລາວ ອີກດ້ວຍ. ນີ້ແມ່ນການເຄື່ອນໄຫວໃນແຕ່ລະປີຂອງມະຫາວິທະຍາໄລ ດ້າຍນາມ ໃນໂອກາດບຸນເຕັດວຽນມາ ແລະ ກໍ່ແມ່ນໂອກາດເພື່ອແນະນຳກ່ຽວກັບບັນດາຈຸດວັດທະນະທຳຂອງຫວຽດນາມ ເຖິງນັກສຶກສາສາກົນ, ຊ່ວຍໃຫ້ເຂົາເຈົ້າທີຄວາມເຂົ້າໃຈກວ່າກ່ຽວກັບວັດທະນະທຳຫວຽດນາມ, ພິເສດແມ່ນໃນໂອກາດບຸນປີໃໝ່ປະຈຳຊາດ. ເພື່ອນ ໂອຕະ ເລືອງສີຈັນທອງ, ນັກສຶກສາຫ້ອງກຽມພາສາຫວຽດ ຢູ່ມະຫາວິທະຍາໄລ ດ້າຍນາມ, ແບ່ງປັນວ່າ.

(ເພື່ອນ ໂອຕະ ເລືອງສີຈັນທອງ)

 
ລາຍການ “ເຂົ້າຕົ້ມແຫ່ງສາຍຈິດມິດໃຈ-ຕ້ອນຮັບບຸນປີໃໝ່ປີກຸນ 2019” - ảnh 2(ເຂົ້າຕົ້ມຂອງບັນດາເພື່ອນນັກສຶກສາລາວ)

ຕາມແຜນການຂອງລາຍການ “ເຂົ້າຕົ້ມແຫ່ງສາຍຈິດມິດໃຈ-ຕ້ອນຮັບບຸນປີໃໝ່ປີກຸນ 2019”, ຈຳນວນເຂົ້າຕົ້ມທີ່ຫໍ່ໄດ້ນັ້ນ, ຈະໄດ້ນຳໄປມອບໃຫ້ບັນດາສ່ວນບຸກຄົນ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວັນນະຄອນຮ່າໂນ້ຍ ຄື: ມອບໃຫ້ເດັກຢູ່ໂຮງໝໍ K ເຕີນຈ່ຽວ; ສູນລ້ຽງດູເດັກພິການຮ່າໂນ້ຍ ແລະ ບັນດາແຂວງໃກ້ຄຽງຄື: ບັ໊ກນິງ, ອຽນບ໊າຍ…

ຕອບກັບ

ຂ່າວ/ບົດ​ອື່ນ