ລາຍການຄູ່ຮ່ວມມືປາຊີຟິກ2016ປະຕິບັດສຳເລັດບັນດາການເຄື່ອນໄຫວຢູ່ຫວຽດນາມ

ລາຍການຄູ່ຮ່ວມມືປາຊີຟິກ2016ປະຕິບັດສຳເລັດບັນດາການເຄື່ອນໄຫວຢູ່ຫວຽດນາມ - ảnh 1
ລາຍ​ການ​ຄູ່​ຮ່ວມ​ມື​ປາ​ຊີ​ຟິກ 2016
(ພາບ:viettimes.vn)

(vovworld) - ​​ ​​​​ວັນ​ທີ 28/07, ລາຍ​ການ​ຄູ່​ຮ່ວມ​ມື​ປາ​ຊີ​ຟິກ 2016 ໄດ້​ເດີນ​ທາງ​ອອກ​ຈາກ​ດ່ານັ້ງ, ຫວຽດ​ນາມ, ພາຍ​ຫຼັງ​ສຳ​ເລັດ​ການຝຶກ​ອົບ​ຮົມຮັບ​ມືກ​ັບ​ໄພ​ທຳ​ມະ​ຊາດ, ແລກ​ປ່ຽນ​ວິ​ຊາ​ສະ​ເພາະ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກ່​ຽວ​ກັບ​ດ້ານ​ສາ​ທາ​ລະ​ນະ​ສຸກ, ຊ້ອ​ມ​ແປງ, ກໍ່​ສ້າງ ແລະ ບັນ​ດາ​ການ​ພົວ​ພັນ​ປະ​ຊາ​ຄົມ​ເປັນ​ເວ​ລາ 2 ອາ​ທິດ​​. ເຂົ້າ​ຮ່ວມ​ເຫດ​ການ​ປີ 2016 ມີ​ຜູ້​ຕາງ​ໜ້າ​ຂອງ​ຫຼາຍ​ປະ​ເທດ​ຄູ່​ຮ່ວມ​ມື ລວມ​ມີ: ອົດ​ສະ​ຕາ​ລີ, ກາ​ນາ​ດາ, ອິນ​ໂດ​ເນ​ເຊຍ, ຍີ່​ປຸ່ນ, ຫວຽດ​ນາມ, ອັງ​ກິດ, ອາ​ເມ​ລິ​ກາ, ສ.ເກົາ​ຫຼີ, ສິງ​ກະ​ໂປ… ດ້ວຍ​ຄາດ​ໝາຍ​ເພີ່ມ​ທະ​ວີການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຢູ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ປີ 2016 ໄດ້​ເປັນ​ຂີດ​ໝາຍ​ຄັ້ງ​ທີ 7 ທີ່​ລາຍ​ການ​ດັ່ງ​ກ່າວ​ດຳ​ເນີນ​ໄປ​ຢູ່​ຫວຽດ​ນາມ ໃນ​ຮອບ​ເວ​ລາ 11 ປີິ ແລະ ເປັນ​ຄັ້ງ​ທຳ​ອິດ ກ່ຳ​ປັ່ນ ແຄ​໋ງ​ຮ່​ວາ ຂອງ​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກກ່​ຽວ​ກັບ​ການ​​ປ​ົວ​ແຂ້ວ ແລະ ຜ່າ​ຕັດ​ພ້ອມ​ກັບ​ບັນ​ດາພະ​ນັກ​ງານ​ການ​ແພດ​ອື່ນ​ຂອງ​ລາຍ​ການຄູ່​ຮ່ວມ​ມື​ປາ​ຊີ​ຟິກ. ໃນ​ເວ​ລ​າ​ປະ​ຕິ​ບັດ​ລາຍ​ການ (ແຕ່​ວັນ​ທີ 15 – 28/07), ບັນ​ດາ​ຝ່າຍ​ໄດ​້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ຫຼ​າຍ​ຢ່າງ​ຄື: ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ກູ້​ຊ່ວຍ​ຖ້າ​ເກີດ​ໄພ​ພິ​ບັດ; ຝຶ​ກ​ອົບ​ຮົມ​ການ​ກູ​້​ໄພ​ກູ້​ຊີບ, ​ສ້ອມ​ແປງ ແລະ ກໍ່​ສ້າງ​ບາງ​ກິດ​ຈະ​ກຳ​ຢູ່​ໂຮງ​ຮຽນ​ປະ​ຖົມ, ສູນ​ສາ​ທາ​ລະ​ນະ​ສຸກ, ໂຮງ​ຮຽນ​ອະ​ນຸ​ບານ…

ຂ່າວ/ບົດ​ອື່ນ