ລາຍການດົນຕີປະສານສຽງມິດຕະພາບ “ອິດສະຣາແອນ - ຫວຽດນາມ”

ລາຍການດົນຕີປະສານສຽງມິດຕະພາບ “ອິດສະຣາແອນ - ຫວຽດນາມ” - ảnh 1
ລາຍການດົນຕີປະສານສຽງມິດຕະພາບ “ອິດສະຣາແອນ - ຫວຽດນາມ” ຈັດ​ຕັ້ງ​ຢູ່​ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ

(vovworld) - ​​​​​ ​​​ເນື່ອງ​ໃນ​ໂອ​ກາດ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin ພ້ອມ​ດ້ວຍ​ພັນ​ລະ​ຍາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ, ຕອນ​ຄ່ຳ​ວັນ​ທີ 22/3, ລາຍ​ການ​ດົນ​ຕີ​ປະ​ສານ​ສຽງ​ມິດ​ຕະ​ພາບ “ອິດ​ສະ​ຣາ​ແອນ - ຫວຽດ​ນາມ” ໄດ້​ດຳ​ເນີນ​ຢູ່​ໂຮງ​ລະ​ຄອນ​ໃຫຍ່​ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ, ທ່ານ​ນາງ Meirav Eilon Shahar, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິດ​ສະ​ຣາ​ແອນ ປະ​ຈຳ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ, ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Reuven Ruvi Rivlin ຖືກ​ດຳ​ເນີນ​ໃນ​ຈຸດ​ເວ​ລາ​​ທີ່ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິດ​ສະ​ຣ​າ​ແອນ ​​ບັນ​ລຸ​ໄດ້​ຜົນ​ງານຫຼາຍ​ຢ່າງ. ລາຍ​ການ​ດົນ​ຕີ​ປະ​ສານ​ສຽງ​ມິດ​ຕະ​ພາບ “ອິດ​ສະ​ຣາ​ແອນ - ຫວຽດ​ນາມ” ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ແກ່​ການ​ພົວ​ພັນ​ຮ່ວມ​ມື, ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ນັບ​ມື້​ນັບ​ເລ​ິກ​ເຊິ່ງ​ ແລະ ເຂັ້​ມ​ຂຸ້ນ​ເຊິ່ງທັງ 2 ປ​ະ​ເທດ​ພວມ​ມາ​ນະ​ພະ​ຍາ​ຍາມ​ເພີ່​ມ​ພູນ​ຄູ​ນ​ສ້າງ​ໃນ​ຊຸມ​ປີ​ຜ່ານ​ມາ.

        ລາຍ​ການ​ດົນ​ຕີ​ປະ​ສານ​ສຽງ​ມິດ​ຕະ​ພາບ “ອິດ​ສະ​ຣາ​ແອນ - ຫວຽດ​ນາມ” ດ້ວຍ​ການ​​ສົມ​ທົບ​ກັນສະ​ແດງ​ຂອງ​ຜູ້​ບັນ​ຊາ, ນັກ​ສິ​ລະ​ປະ​ການ​ຊາວ ອິ​ດ​ສະ​ຣາ​ແອນ ແລະ ການ​ເຂົ້າ​ຮ່ວມ​ຂອງວົງ​ດົນ​ຕີ​ປະ​ສານ​ສຽງ ຮ່າ​ໂນ້ຍ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin.


ຂ່າວ/ບົດ​ອື່ນ