ລາຍ​ການ​ທ່ອງ​ທ່ຽວ ວັນ​ໝຽວ - ກວັກ​ຕື​ຢາມ ຍາມ​ຄ່ຳ​ຄືນ: ສິ່ງຍອດ​ຍິ່ງ​ທາງ​ດ້ານ​ການ​ຮຽນ

(VOVWORLD) - ລາຍການທ່ອງທ່ຽວ ວັນໝຽວ - ກວັກຕືຢາມ ຍາມຄ່ຳຄືນ ດ້ວຍຫົວຂໍ້ “ສິ່ງຍອດຍິ່ງທາງດ້ານການຮຽນ” ໂດຍສູນການເຄື່ອນໄຫວວັດທະນະທຳ, ວິທະຍາສາດ ວັນໝຽວ - ກວັກຕືຢາມ ຈັດຕັ້ງ ໄດ້ເປີດຕົວຢ່າງເປັນທາງການ.
ລາຍ​ການ​ທ່ອງ​ທ່ຽວ ວັນ​ໝຽວ - ກວັກ​ຕື​ຢາມ ຍາມ​ຄ່ຳ​ຄືນ: ສິ່ງຍອດ​ຍິ່ງ​ທາງ​ດ້ານ​ການ​ຮຽນ - ảnh 1ລາຍການທ່ອງທ່ຽວ ວັນໝຽວ - ກວັກຕືຢາມ ຍາມຄ່ຳຄືນ ດ້ວຍຫົວຂໍ້ “ສິ່ງຍອດຍິ່ງທາງດ້ານການຮຽນ” ໃນຕອນຄ່ຳວັນທີ 29 ຕຸລາ (ພາບ: TTXVN)

ຕອນຄ່ຳວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ລາຍການທ່ອງທ່ຽວ ວັນໝຽວ - ກວັກຕືຢາມ ຍາມຄ່ຳຄືນ ດ້ວຍຫົວຂໍ້ “ສິ່ງຍອດຍິ່ງທາງດ້ານການຮຽນ” ໂດຍສູນການເຄື່ອນໄຫວວັດທະນະທຳ, ວິທະຍາສາດ ວັນໝຽວ - ກວັກຕືຢາມ ຈັດຕັ້ງ ໄດ້ເປີດຕົວຢ່າງເປັນທາງການ. ເມື່ອເຂົ້າຮ່ວມລາຍການທ່ອງທ່ຽວນີ້, ແຂກທ່ອງທ່ຽວຈະໄດ້ຄົ້ນຫາເຂດປູຊະນີຍະສະຖານໃນຕອນຄ່ຳ, ຊອກຮູ້ກ່ຽວກັບມູນເຊື້ອການຮຽນຂອງ ຫວຽດນາມ ຜ່ານບັນດາກິດຈະກຳ ທີ່ໝູນໃຊ້ເຕັກໂນໂລຢີ 3D Mapping ທີ່ເປັນເອກະລັກ. ຜ່ານນັ້ນ ກໍ່ຊ່ວຍໃຫ້ແຂກທ່ອງທ່ຽວຊອກຮູ້ກ່ຽວກັບມູນເຊື້ອເຄົາລົບນັບຖືຄູບາອາຈານ, ຖືເປັນສຳຄັນຕໍ່ກັບຜູ້ທີ່ມີຄວາມເກັ່ງກ້າສາມາດ, ກ່ຽວກັບປະຫວັດສາດແຫ່ງການສ້າງສາ ແລະ ພັດທະນາຂອງໂຮງຮຽນແຫ່ງທຳອິດຂອງ ຫວຽດນາມ ພາຍໃຕ້ສະໄໝລາຊາທິປະໄຕ. ນອກຈາກນັ້ນ, ແຂກທ່ອງທ່ຽວຍັງໄດ້ສຳຜັດກັບຜະລິດຕະພັນເຕັກໂນໂລຢີແວ່ນຕາສະເໝືອນຈິງ ແລະ ຮັບຊົມບັນດາລາຍການສະແດງສິລະປະພືິ້ນເມືອງອີກດ້ວຍ.

ເວລາເປີດປະຕູຮັບໃຊ້ລາຍການທ່ອງທ່ຽວດັ່ງກ່າວ ແມ່ນແຕ່ 19 ໂມງ ຫາເວລາ 22 ໂມງ 30 ນາທີ ຂອງມື້ວັນພຸດ, ວັນເສົາ ແລະ ວັນອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ