ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ “ຮັ່ງ​ມີເຂັ້ມ​ແຂງ ​ຈາກ​ທະ​ເລ​ແຫ່ງ​ບ້ານ​ເກີດ​ເມືອງນອນ” ປະ​ກອບ​ສ່ວນ​ປຸກ​ລຸກ​ນ້ຳ​ໃຈ​ຮັກ​ຊາດ​ຂອງ​ປະ​ຊາ​ຊົນ

(VOVWORLD) - ທ່ານ ຫງວຽນເຕິນຕວັນ, ປະທານຄະນະກຳມະການປະຊາຊົນ ແຂວງ ແຄັງຮວ່າ ແລ້ວ, ນີ້ແມ່ນລາຍການທີ່ມີຄວາມໝາຍ, ປະກອບສ່ວນປຸກລຸກນ້ຳໃຈຮັກຊາດຂອງປະຊາຊົນ ຫວຽດນາມ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ອວ່າຍໜ້າເມືອຫາປະເທດຊາດປົກປັກຮັກສາອະທິປະໄຕທະເລໝູ່ເກາະ. 
ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ “ຮັ່ງ​ມີເຂັ້ມ​ແຂງ ​ຈາກ​ທະ​ເລ​ແຫ່ງ​ບ້ານ​ເກີດ​ເມືອງນອນ” ປະ​ກອບ​ສ່ວນ​ປຸກ​ລຸກ​ນ້ຳ​ໃຈ​ຮັກ​ຊາດ​ຂອງ​ປະ​ຊາ​ຊົນ - ảnh 1ການຖະແຫຼງຂ່າວ ກ່ຽວກັບລາຍການ ພົບປະແລກປ່ຽນສະແດງສິລະປະ (ພາບ: VOV)

 ຕອນເຊົ້າວັນທີ 9 ສິງຫາ, ຢູ່ນະຄອນຍາຈາງ, ແຂວງ ແຄ໊ງຮ່ວາ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ຄະນະໂຄສະນາສຶກສາສູນກາງ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ - ກະຊວງປ້ອງກັນປະເທດ ແລະ ຄະນະກຳມະການປະຊາຊົນແຂວງ ແຄ໊ງຮ່ວາ ໄດ້ຈັດການຖະແຫຼງຂ່າວກ່ຽວກັບລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລແຫ່ງບ້ານເກີດເມືອງນອນ”.

ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳ, ຫົວໜ້າຄະນະຈັດຕັ້ງລາຍການໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ກະກຽມລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລແຫ່ງບ້ານເກີດເມືອງນອນ” ຢ່າງລະອຽດລະອໍ ໃນຫຼາຍເດືອນຜ່ານມາ. ພວກຂ້າພະເຈົ້າຫວັງວ່າລາຍການຈະສ້າງກຳລັງແຜ່ຂະຫຍາຍຢ່າງແຮງ ກ່ຽວກັບນ້ຳໃຈຄວາມຮັກແພງ, ຄວາມເອກອ້າງທະນົງໃຈກ່ຽວກັບທະເລໝູ່ເກາະ ບ້ານເກີດເມືອງນອນ ຫວຽດນາມ. ຄວາມຮັບຜິດຊອບຂອງປະຊາຊົນ ຫວຽດນາມ ໃນການເສີມຂະຫຍາຍ, ຂຸດຄົ້ນ, ອະນຸລັກຮັກສາທະເລຫວຽດນາມແມ່ນ ເພື່ອຮັບໃຊ້ການພັດທະນາຂອງປະເທດ ຫວຽດນາມ ໃນສະເພາະໜ້າ ແລະ ໄລຍະຍາວ.

ຕາມທ່ານ ຫງວຽນເຕິນຕວັນ, ປະທານຄະນະກຳມະການປະຊາຊົນ ແຂວງ ແຄັງຮວ່າ ແລ້ວ, ນີ້ແມ່ນລາຍການທີ່ມີຄວາມໝາຍ, ປະກອບສ່ວນປຸກລຸກນ້ຳໃຈຮັກຊາດຂອງປະຊາຊົນ ຫວຽດນາມ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ອວ່າຍໜ້າເມືອຫາປະເທດຊາດປົກປັກຮັກສາອະທິປະໄຕທະເລໝູ່ເກາະ. ທ່ານ ຫງວຽນເຕິນຕວັນ ເຊື່ອໝັ້ນວ່າ ລາຍການນີ້ ຈະປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການທະທົບເຖິງແນວຄິດຈິດໃຈຂອງປະຊາຊົນແຂວງ ແຄັງຮວ່າ ເວົ້າສະເພາະ, ປະຊາຊົນ ຫວຽດນາມ ເວົ້າລວມ, ພິເສດແມ່ນໃນການຂຸດຄົ້ນ, ປົກປ້ອງບັນດາແຫຼ່ງຜົນປະໂຫຍດດ້ານສິນໃນນໍ້າ, ປ້ອງກັນອະທິປະໄຕທະເລໝູ່ເກາະຂອງບ້ານເກີດເມືອງນອນ ແລະ ປະເທດຊາດ.

ແລະຕອນຄ່ຳວັນເສົາຈະມາເຖິງ (ວັນທີ 12 ສິງຫາ), ຢູ່ທ່າກ່ຳປັນທະຫານ ຍາຈາງ, ແຂວງ ແຄັງຮວ່າ, ວິທະຍຸກະຈາຍສຽງ ຫວຽດນາມ, ຄະນະໂຄສະນາສຶກສາສູນກາງ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ (ກະຊວງປ້ອງກັນປະເທດ), ຄະນະກຳມະການປະຊາຊົນແຂວງ ແຄັງຮວ່າ ໄດ້ສົມທົບກັນຈັດລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ”.

ຕອບກັບ

ຂ່າວ/ບົດ​ອື່ນ