ລາຍການພົບປະແລກປ່ຽນ,ສະແດງສິລະປະ“ລະດູບານໃຫມ່ຢູ່ເຈືອງຊາປີ2015”

 ລາຍການພົບປະແລກປ່ຽນ,ສະແດງສິລະປະ“ລະດູບານໃຫມ່ຢູ່ເຈືອງຊາປີ2015” - ảnh 1
ລາຍ​ການ​ສະ​ແດງ​ສີ​ລະ​ປະ "ລະ​ດູ​ບານ​ໃຫມ່​ຢູ່ ເຈື່ອງ​ຊາ"
ພາບ:TTXVN

 (vovworld)- ​ ​ ລາ​ຍ​ການ​ພົບ​ປະ​ແລກ​ປ່ຽນ,ສະ​ແດງ​ສິ​ລະ​ປະ “ລະ​ດູ​ບານ​ໃຫ​ມ່​ຢູ່​ເຈື່ອງ​ຊາ” ປີ 2015 ໂດຍ​ສື່​ເອ​ເລັກ​ໂຕ​ນິກ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຈັດ​ຕັ້ງ​ໃນ​ຕ​ອນ​ຄ່ຳ​ວັນ​ທີ 28/2 ຢູ່ ຮ່າ​ໂນ້ຍ ໄດ້​ນຳ​ມາ​ໃຫ້​ຜູ້​ຊົມ​ບັນ​ດາ​ຮູບ​ພາບ​ຂອງ​ທະ​ຫານ ແລະ ປະ​ຊາ​ຊົນ ຢູ່ ໝູ່​ເກາະ​ເຈື່ອງ​ຊາ​ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່​ປີ​ມະ​ແມ, ຊີ​ວິດປະ​ຈຳ​ວັນ ແລະ ການ​ປ່ຽນ​ແປງ​ຂອງ ເຈືອງ​ຊາ​ໃນ​ຊຸ​ມ​ປີມໍ່ໆ​ມານີ້. ພັນ​ເອກ ຫງວ​ຽນ​ຟອງ​ແກ໋ງ, ຮອງ​ຫົວ​ຫນ້າ​ການ​ເມືອງ​ເຫລົ່າ​ທັບ​ເຮືອ​ໃຫ້​ຮູ້​ວ່າ:

        “ເຈື່ອງ​ຊາ ປະ​ຈຸ​ບັນ ໄດ້​ມີ​ຫໍ​ວັດ​ທະ​ນະ​ທຳ, ໄປ​ສະ​ນີ, ໂຮງ​ຮຽນ, ສຸກ​ສາ​ລາ, ລະ​ບົບ​ໄຟ​ຟ້າ​ເຍືອງ​ທາງ, ເຂດອະ​ນຸ​ສອນ​ສະ​ຖານປະ​ທານ​ໂຮ່​ຈິ​ມີນ ແລະ ພິ​ເສດ​ມີ​ຄື້ນ​ໂທ​ລະ​ສັບ​ມື​ຖື. ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ຂັ້ນ​ເທິງ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ເຫລົ່າ​ທັບ​ເຮືອ ແລະ ບັນ​ດາ​ຫົວ​ຫນ່ວຍ, ບຸນ​ເຕັດ​ປີ​ມະ​ແມ​ຜ່ານ​ມາ ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ປະ​ກັນ​ໃຫ້​ພະ​ນັກ​ງານ, ນັກ​ຮົບ​ຢູ່​ໝູ່​ເກາະ ເຈື່ອງ​ຊາ, ຮ້ານ ​ຍາມ DK1 ໄດ້​ຕ້ອນ​ຮັບບຸນ​ເຕັດ​ຢ່າງ​ອົບ​ອຸ​່ນ​ນັບ​ທັງ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ.”

 

 

 

ຂ່າວ/ບົດ​ອື່ນ