ລາຍການພົບປະແລກປ່ຽນສະແດງສິລະປະເນື່ອງໃນໂອກາດລະນຶກ 45 ປີປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມິນ

ລາຍການພົບປະແລກປ່ຽນສະແດງສິລະປະເນື່ອງໃນໂອກາດລະນຶກ 45 ປີປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມິນ - ảnh 1
ລາຍການ​ສະ​ແດງ​ສິລະ​ປະ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ພິ​ໄນ​ກຳ​ຂອງ​ປະທານ​ໂຮ່ຈິ​ມິນ
(ພາບ:.voh.com.vn/)

(vovworld)- ຕອນ​ຄ່ຳ 29/8, ຄະນະ​ໂຄສະນາ​ສຶກສາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ແລະ ສະຖານີ​ໂທລະພາບ ນະຄອນ​ໂຮ່ຈິ​ມິນ ​ໄດ້​ສົມທົບ​ກັນ​ຈັດ​ລາຍການ​ພົບ​ປະ​ແລກປ່ຽນ ສະ​ແດງ​ສິລະ​ປະ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ພິ​ໄນ​ກຳ​ຂອງ​ປະທານ​ໂຮ່ຈິ​ມິນ. ກ່າວ​ຄຳ​ເຫັນ​ທີ່​ລາຍການ, ທ່ານ​ນາງ ​ເທີນ​ທິທື ຫົວໜ້າ ຄະນະ​ໂຄສະນາ​ສຶກສາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ເນັ້ນ​ໜັກ​ວ່າ ຄຳ​ພິ​ໄນ​ກຳ​ຂອງ​ປະທານ​ໂຮ່ຈິ​ມິນ ​ແມ່ນ​ເອກະສານ​ປະຫວັດສາດ​ອັນ​ລ້ຳ​ຄ່າ , ​ແມ່ນ​ການ​ເຕົ້າ​ໂຮມ​ສິ່ງ​ຍອດ​ຍິ່ງ​ທາງ​ດ້ານ​ຄຸນສົມ​ບັດ ​ແລະ ຈິດ​ວິນ​ຍານ​ອັນ​ສູງ​ສົ່ງ ​ແມ່ນ​ການ​ລະດົມ​ກຳລັງ​ໃຈ​ແກ່​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ຍາດ​ເອົາ​ບັນດາ​ໄຊຊະນະ​ໃນ​ພາລະກິດ​ປົດ​ປ່ອຍ​ພາກ​ໃຕ້ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ເພື່ອ​ປະຕິບັດ​ຕາມ​ຄວາມ​ມຸ່ງ​ຫວັງ​ທີ່​ຍິ່ງ​ໃຫຍ່​ຂອງປະທານ​ໂຮ່ຈິ​ມິນ. 

ຂ່າວ/ບົດ​ອື່ນ