ລາຍການພົບປະແລກປ່ຽນໄມຕີຈິດມິດຕະພາບຊາຍແດນ ຫວຽດນາມ - ລາວ ດ້ວຍຫົວຂໍ້: “ຮ່ວມສາຍນໍ້າເຊໂປນ”

(VOVWORLD) -ລາຍການພົບປະແລກປ່ຽນໄມຕີຈິດມິດຕະພາບຊາຍແດນ ຫວຽດນາມ - ລາວ ດ້ວຍຫົວຂໍ້: “ຮ່ວມສາຍນໍ້າເຊໂປນ” ຖືກຈັດຂຶ້ນໃນຕອນຄໍ່າວັນທີ 29 ກໍລະກົດ ຢູ່ເທດສະບານ ລາວບ໋າວ, ເມືອງ ເຮື໊ອງຮວ໊າ, ແຂວງກວ໋າງຈິ.

ເຫດການດັ່ງກ່າວນອນຢູ່ໃນຂອບເຂດການເຄື່ອນໄຫວທີ່ມີຄວາມໝາຍຂອງລາຍການພົບປະແລກປ່ຽນໄມຕິຈິດມິດຕະພາບຊາຍແດນ ຫວຽດນາມ - ລາວ ປີ 2019.

ລາຍການພົບປະແລກປ່ຽນໄມຕີຈິດມິດຕະພາບຊາຍແດນ ຫວຽດນາມ - ລາວ ດ້ວຍຫົວຂໍ້: “ຮ່ວມສາຍນໍ້າເຊໂປນ” - ảnh 1 ລາຍການພົບປະແລກປ່ຽນໄມຕີຈິດມິດຕະພາບຊາຍແດນ ຫວຽດນາມ - ລາວ “ຮ່ວມສາຍນໍ້າເຊໂປນ” (ະາບ: baotintuc.vn)

        ທີ່ລາຍການ, ບັນດາຝ່າຍໄດ້ແບ່ງປັນກ່ຽວກັບວຽກງານສົມທົບການປະຕິບັດໜ້າທີ່ປ້ອງກັນຊາຍແດນ, ກໍ່ສ້າງ ແລະ ປົກປັກຮັກສາຫຼັກໝາຍຊາຍແດນ, ຕ້ານການອົບພະຍົບແບບຊະຊາຍ ແລະ ການແຮກສ່ຽວ ລະຫວ່າງບ້ານກັບບ້ານ ຢູ່ຊາຍແດນຂອງສອງປະເທດ... ພ້ອມກັນນັ້ນ ແມ່ນລາຍການສະແດງສິລະປະ ສະແດງຄວາມສາມັກຄີຂອງປະເທດຫວຽດນາມ - ລາວ, ລາວ - ຫວຽດນາມ. ທ່ານພັນເອກ ເລວັນເຟືອງ, ຫົວໜ້າກອງບັນຊາການທະຫານປ້ອງກັນແດນແຂວງກວ໋າງຈິ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າແມ່ນກໍາລັງປະກອບອາວຸດ ທີ່ມາຈາກສອງປະເທດແຕກຕ່າງກັນ ແຕ່ພວກຂ້າພະເຈົ້າມີເປົ້າໝາຍ ແລະ ອຸດົມການອັນດຽວກັນ ນັ້ນແມ່ນ ປົກປ້ອງ 2 ພັກ, 2 ລັດ, ປົກປ້ອງຊີວິດທີ່ສະຫງົບໃຫ້ແກ່ປະຊາຊົນ 2 ປະເທດ ແລະ ພ້ອມກັນສ້າງ ແລະ ປົກປັກຮັກສາເສັ້ນຊາຍແດນ ຫວຽດ - ລາວ ໃຫ້ມີສັນຕິພາບ, ມິດຕະພາບ ແລະ ພັດທະນາ. ພວກຂ້າພະເຈົ້າ ໄດ້ຈັດຕັ້ງການພົບປະແລກປ່ຽນເປັນປະຈໍາເດືອນ, ປະຈໍາໄຕມາດ, ປະຈໍາປີ ເພື່ອແລກປ່ຽນກ່ຽວກັບສະພາບການ ແລະ ສົມທົບກັນພ້ອມກັນແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ເຂດຊາຍແດນ”.

        ເນື່ອງໃນໂອກາດນີ້, ກອງບັນຊາການທະຫານປ້ອງກັນຊາຍແດນຫວຽດນາມ ໄດ້ມອບງົວພັນ 30 ໂຕໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາມເຂດຊາຍແດນຂອງແຂວງ ກວາງຈິ ແລະ ສະຫວັນນະເຂດ, ສາລະວັນ; ມອບທຶນການສຶກສາ “ພານ້ອງໄປໂຮງຮຽນ” 30 ທຶນ ໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ...


ຕອບກັບ

ຂ່າວ/ບົດ​ອື່ນ