ລາຍການພົວພັນແລກປ່ຽນສິລະປະ “ສຽງເພງກ່ຽວກັບສາຍພູຫລວງ”

ລາຍການພົວພັນແລກປ່ຽນສິລະປະ “ສຽງເພງກ່ຽວກັບສາຍພູຫລວງ” - ảnh 1
ລາຍ​ການ​ສິ​ລະ​ປະສຽງ​ເພງ​ກ່່ຽວ​ກັບ​ສາຍ​ພູ​ຫລວງ

(vovworld)- ເພື່ອຂ່ຳ​ນັບ​ຮັບ​ຕ້ອນ 72 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ “22/12/1944-22/12/2016”,70 ປີ​ແຫ່ງວັນ​ທົ່ວ​ປະ​ເທດ​ທຳ​ການ​ຕ​ໍ່​ຕ້ານ (19/12/1946-19/12/2016), ຕອນ​ຄ່ຳ​ວັນ​ທີ 19/12 ​ທີ່ ໂຮງ​ລະ​ຄອນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ລາຍ​ການ​ພ​ົວ​ພັນ​ແລກ​ປ່ຽນ​ສິ​ລະ​ປະ “ສຽງ​ເພງ​ກ່່ຽວ​ກັບ​ສາຍ​ພູ​ຫລວງ”. ລາຍ​ການນີ້​ໂດຍ​ວາ​ລະ​ສານ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ຊ່ອງ​ໂທ​ລະ​ພາບ VOVTV ຈັດ​ຕັ້ງ ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ, ເຊີດ​ຊູ​ບັນ​ດາ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະ​ຫລະ​ຊີ​ວິດ​​ຢູ່​ເສັ້ນ​ທາງ​ສາຍ​ພູ​ຫລວງເພື່ອ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ. ລາຍ​ການ​ສິ​ລະ​ປະ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ມີ​ໂອ​ກາດ​ຫວນ​ຄືນ​ບັນ​ດາ​ຂີດ​ໝາຍ​ປະ​ຫວັດ​ສາດ​ຂອງ​ຊາດ, ພົວ​ພັນ​ແລກ​ປ່ຽນ​ກັບ​ບັນ​ດາ​​ຕົວພະ​ຍານ​ປະ​ຫວັດ​ສາດ ແລະ ຮັບ​ຊົມ​ບັນ​ດາບົດ​ເພງ​ປະ​ຕິ​ວັດ. ມີ​ຄວາມ​ເປັນ​ກຽດ​ເຂົ້າ​ຮ່ວມ​ລາຍ​ການ, ນັກ​ຮ້ອງ, ນັກ​ຮົບ ຫງວ​ຽນ​ແອງ​ຕວນ, ໂຮງ​ລະ​ຄອນ​ສິ​ລະ​ປະ​ດົນ​ຕີ ກອງ​ທັບ​ໃຫ້​ຮູ້​ວ່າ:

“ເມື່ອ​ໄດ້​ເຂົ້າ​ຮ່ວມ​ລາຍ​ການນີ້ ​ແມ່ນເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​​ຕໍ່ບັນ​ດາ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ, ບັນ​ດາ​ນັກ​ຮົບ​ຄື​ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸດ. ພິ​ເສດ, ເຂົ້າ​ຮ່ວມ​ລາຍ​ການນີ້​ຍັງ​ມີ​ບັນ​ດາ​ນາຍ​ພົນ, ນັກ​ຮົບ​ເກົ່າ​ໃນ​​ເມື່ອ​ກ່ອນໄດ້​ພ້ອມ​ກັນ​ທົບ​ທວນ​ຄືນ​ບັນ​ດາ​ອະ​ນຸ​ສອນ​ໃນຊຸມ​ປີ​ແຫ່ງ​ການ​ຕໍ່​ຕ້ານ.”


ຕອບກັບ

ຂ່າວ/ບົດ​ອື່ນ