ລາຍການລະດູບານໃໝ່ແຫ່ງຄວາມຮັກແພງຢູ່ໄຕ້ຫວັນແຫ່ງປະເທດຈີນ


ລາຍການລະດູບານໃໝ່ແຫ່ງຄວາມຮັກແພງຢູ່ໄຕ້ຫວັນແຫ່ງປະເທດຈີນ - ảnh 1
​ລາຍ​ບານ​ລະ​ດູ​ບານ​ໃໝ່​ແຫ່ງ​ຄວາມ​ຮັກ​ແພງ

(vovworld)- ວັນ​ທີ 7/1 ສະ​ມາ​ຄົມ​ຊາວ​ຫວຽດ​ນາມ​ຢູ່​ໄຕ້​ຫວັນ​ປະ​ເທດ​ຈີນ​ໄດ້​ຈັດ​ລາຍ​ການ​ຕ້ອນ​ຮັບ​ບຸນ​ເຕັດ​ລະ​ດູ​ບານ​ໃໝ່​ຂຶ້ນ. ກ່ອນ​ໜ້ານັ້ນ, ຕອນ​ຄ່ຳ​ວັນ 6/1 ຢູ່ ໄຕ​ເປ້ ປະ​ເທດ​ຈີນ, ຫ້ອງ​ການ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ປະ​ຈຳ​ໄຕ​ເປ້ ກໍ​ໄດ້​ຈັດ​ລາຍ​ບານ​ລະ​ດູ​ບານ​ໃໝ່​ແຫ່ງ​ຄວາມ​ຮັກ​ແພງຂຶ້ນ. ທ່ານ​ເຈີນ​ຢີ​ຫາຍ ຫົວ​ໜ້າ​ຫ້ອງ​ການ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ປະ​ຈຳ​ໄຕ​ເປ້ ປະ​ເທດ​ຈີນ ໃຫ້​ຮູ້​ວ່າ : (ເທບ)

    “ ປີນີ້, ພວກ​ຂ້າ​ພະ​ເຈົ້າ​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ຊາວ​ຫວຽດ​ນາມ​ເຊື້ອ​ເຊີນກອງ​ສິ​ລະ​ປະ​ກອນ​ຂອງ​ໂຮງ​ລະ​ຄອນ ຕວຍ​ແຈ ມານີ້​ເພື່ອ​ສະ​ແດງ​ຮັບ​ໃຊ້​ພໍ່​ແມ່​ພີ​ນ້ອງ. ຜູ້​ເຂົ້າ​ຮ່ວມກໍຫຼາຍກວ່າ​ທຸກ​ປີ. ຊຸມ​ປີ​ກ່ອນນີ້, ສ່ວນຫຼາຍແມ່ນມາ​ຈາກ​ພາກ​ເໜືອ, ແຕ່​ປີນີ້ ພໍ່​ແມ່​ພີ​ນ້ອງ​ມາ​ຈາກ​ທຸກ​ແຫ່ງ​ຢູ່​ໄຕ້​ຫວັນ​ປະ​ເທດ​ຈີນ, ນັບ​ທັງ​ບັນ​ດາ​ແຂວງ, ນະ​ຄອນ​ເຂດ​ພາກ​ໃຕ້ ”
ຂ່າວ/ບົດ​ອື່ນ