ລາຍການລະດູບານໃໝ່ໃຫ້ນ້ອງຄັ້ງທີ 8

ລາຍການລະດູບານໃໝ່ໃຫ້ນ້ອງຄັ້ງທີ 8 - ảnh 1
ລາຍການ​ລະດູບານ​ໃໝ່​ໃຫ້​ນ້ອງ​
(ພາບ: baomoi.com)

(vovworld) –   ລາຍການ​ລະດູບານ​ໃໝ່​ໃຫ້​ນ້ອງ​ຄັ້ງ​ທີ 8 ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 24/01, ຢູ່​ຮ່າ​ໂນ້ຍ, ​ໂດຍ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ​, ກອງ​ທຶນ​ຊ່ວຍເຫຼືອ​ເດັກ​ຫວຽດນາມ ສົມທົບ​ກັບ​ໂທລະພາບ​ແຫ່ງ​ຊາດ​ຫວຽດນາມ ຈັດ​ຕັ້ງ, ​ເພື່ອ​ແນ​ໃສ່​ນຳ​ມາ​​ໃຫ້​ເດັກ​ທຸກ​ຍາກ, ​ເດັກ​ປະສົບ​ຄວາມ​ຄວາມ​ຫຍຸ້ງຍາກ ບັນດາ​ຂອງຂວັນ​ທີ່​ມີຄວາມ​ໝາຍ, ​ແທດ​ຈິງ, ບັນຍາກາດ​ຕ້ອນຮັບ​ບຸນປີ​ໃໝ່ທີ່ອົ​ບອຸ່ນ. ລາຍ​ການ​ກໍ​ຮຽກຮ້ອງ​ການ​ສະ​ນັບ​ສະ​ໜູນ​ນັບ​ທັງ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ, ສ່ວນ​ບຸກຄົນ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ຊ່ວຍ​ເຫຼືອ​ເດັກ​ທຸກ​ຍາກ, ​ເດັກ​ປະສົບ​ຄວາມ​ຄວາມ​ຫຍຸ້ງຍາກ​ໃນ​ທົ່ວ​ປະ​ເທດ ​ໃຫ້​ມີ​ເງື່ອນ​ໄຂ​ດຳ​ລົງ​ຊີວິດ ​ແລະ ພັດທະນາ​​ໃຫ້​ດີ​ກວ່າ.

        ທີ່​ພິທີ, ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້​ມອບ​ໃບ​ຢັ້ງຢືນ​ຂອງ​ນາຍົກລັດຖະມົນຕີ​ໃຫ້​ກອງ​ທຶນຊ່ວຍເຫຼືອ​ເດັກ​ຫວຽດນາມ, ຍ້ອນ​ມີ​ບັນດາ​ຜົນງານ​ໃນ​ການ​ເບິ່ງ​ແຍງ ​ແລະ ຊ່ວຍເຫຼືອເດັກ​ໃນ​ປີ 2014 ​ແລະ ​ໃບ​ຍ້ອງຍໍ​ຂອງ​ກະຊວງ​ແຮງ​ງານ, ທະຫານ​​ເສຍ​ອົງຄະ ​ແລະ ສັງຄົມ ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ ​ແລະ ຜູ້ທີ່​ມີ​ໃຈ​ບູນ​ໃຈ​ກຸສົນ ທີ່​ໄດ້​ຮ່ວມ​ເດີນທາງ​ພ້ອມ​ກັບກອງ​ທຶນຊ່ວຍເຫຼືອ​ເດັກ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ