ລາຍການສົ່ງເສີມການທ່ອງທ່ຽວຫວຽດນາມ ຢູ່ ສະວິດ

(VOVWORLD) -ວັນທີ 20 ມິຖຸນາ ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບ VietNam Airlines ແລະ ສະຖານທູດຫວຽດນາມ ປະຈຳ ສະວິດ ຈັດຕັ້ງລາຍການແນະນຳການທອ່ງທ່ຽວຫວຽດນາມ ຢູ່ Zurich ສູນເສດຖະກິດການເງິນແຖວຫນ້າຢູ່ ທາງທິດຕາເວັນອອກສ່ຽງເຫນືອ ສະວິດ. 
ລາຍການສົ່ງເສີມການທ່ອງທ່ຽວຫວຽດນາມ ຢູ່ ສະວິດ - ảnh 1 ນັກທ່ອງທ່ຽວຢ້ຽມຢາມພະລາດຊະວັງເຫ້ວ

ລາຍການໄດ້ດຶງດູດຄວາມສົນໃຈ ແລະ ການເຂົ້າຮ່ວມຂອງກວ່າ 100 ຜູ້ຕາງຫນ້າບັນດາວິສາຫະກິດທ່ອງທ່ຽວຂອງສະວິດ ແລະ ບາງປະເທດອື່ນຢູ່ ເອີລົບ, ຜູ້ຕາງຫນ້າບັນດາອົງການສົ່ງເສີມຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງ ສະວິດ ແລະ ອາຊີ ໃນນັ້ນ ມີຫວຽດນາມ.  ກ່າວຄຳເຫັນນະພິທີ, ທ່ານ ຫງວຽນວັນຕວນ ຫົວຫນ້າກົມທ່ອງທ່ຽວຫວຽດນາມ ໄດ້ຢືນຢັນວ່າ ສະວິດ ແມ່ນຫນຶ່ງໃນບັນດາປະເທດຢູ່ ເອີລົບ ມີນັກທ່ອງທ່ຽວມາຢ້ຽມຢາມຫວຽດນາມເປັນຈຳນວນຫລວງຫລາຍ. ປີ 2017, ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວມາຈາກ ສະວິດກວ່າ 33.000 ເທື່ອຄົນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ