ລາຍການສິລະປະ “ ສາຍຈິດສາຍໃຈເຂດຊາຍແດນທະເລໝູ່ເກາະ ”

ລາຍການສິລະປະ “ ສາຍຈິດສາຍໃຈເຂດຊາຍແດນທະເລໝູ່ເກາະ ” - ảnh 1

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ ສາຍ​ຈິດ​ສາຍ​ໃຈ​ເຂດ​ຊາຍ​ແດນ​ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອນ ”


(vovworld)- ຕອນ​ຄຳ​ວັນ​ທີ 27/3, ຢູ່​ເມືອງ​ເກາະ ຟູ້​ກ໋ວກ ແຂວງ ກຽນ​ຢາງ ໄດ້​ຈັດ ລາຍ​ການ​ສະ​ແດງ​ສິ​ລະ​ປະ “ ສາຍ​ຈິດ​ສາຍ​ໃຈ​ເຂດ​ຊາຍ​ແດນ​ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອນ ” ຄັ້ງ​ທີ 3. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ້​ວັນ​ນິງໄດ້​ຮຽກ​ຮ​້ອງ​ທົ່ວ​ກອງ​ທັບ​ທົ່ວ​ປວງ​ຊົນ ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ເຂດ​ຊາຍ​ແດນ​ທະ​ເລ​ໝູ່​ເກາະຂອງ​ປະ​ເທດ​ຊາດ, ສືບ​ຕໍ່​ແບ່ງ​ປັນ, ລະ​ດົມ​ໃຈ ແລະ ຊ່ວຍ​ເຫຼືອ​ບັນ​ດາ​ນັກ​ຮົບ​ປ້ອງ​ກັນ​ຊາຍ​ແດນ​ຊຶ່ງ​ພວມ​ປະ​ຕິ​ບັດ​ໜ້​າ​ທີ່​ຢູ່ ເຂດ​ຊາຍ​ແດນ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ້​ວັນ​ນິງ ໃຫ້​ຮູ້​ວ່າ : 

   “ ເພື່​ແນຳ​ປະ​ເທດ​ຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ມີ​ຄວາມ​ເຂັ້ມ​ແຂງ​ກ່ຽວ​ກັບ​ທະ​ເລ ແລະ ສ້າງ​ຄວາມ​ຮັ່ງ​ມີ​ຈາກ​ທະ​ເລ, ຮັບ​ປະ​ກັນ​ອະ​ທິ​ປະ​ໄຕ​ຢ່າງ​ໝັ້ນ​ແກ່ນ, ພວກ​ເຮົາ​ສືບ​ຕໍ່​ຢັ້ງ​ຢືນ​ເຈດ​ຈຳ​ນົງ​ທີ່​ແຂງ​ແຮງ ແລະ ຄວາມ​ຕັດ​ສິນ​ໃຈ​ຢ່າງ​ສູງ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ, ສິດ​ອະ​ທິ​ປະ​ໄຕ ແລະ ສິດ​ອຳ​ນາດ​ສານ​ຂອງ​ຫວຽດ​ນາມ​ຢູ່​ເຂດ​ຊາຍ​ແດນ, ເຂດ​ທະ​ເລ​ຫມູ່​ເກາ​ະຂອງ​ປະ​ເທດ​ຊາດ. ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ທີ່ບໍ່​ອາດ​ໂຕ້​ຖຽງ​ ແລະ ບໍ່​ອາດ​ລວງ​ລ້ຳ​ໄດ້​ຂອງ​ຫວຽດ​ນາມ​ທີ່​ມີ​ຕໍ່ 2 ຫມູ່​ເກາະ ເຈື່ອງ​ຊາ ແລະ ຮ່​ວາງ​ຊາ. ຫວຽດ​ນາມ​ຍຶດ​ໝັ້ນ​ແຜນ​ນະ​ໂຍ​ບາຍ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ມາດ​ຕະ​ການ​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ  ”

ຂ່າວ/ບົດ​ອື່ນ