ລາຍການສິລະປະ “ເພງແຫ່ງເທບນິຍາຍກ່ຽວກັບພົນເອກຫວໍງວຽນຢາບ”

(VOVWORLD) -ຕອນຄ່ຳວັນທີ 25 ສິງຫາ ຢູ່ ສູນວັດທະນະທຳ ເມືອງ ເລ້ຖູຍ ແຂວງ ກວ໋າງບີງ ໄດ້ດຳເນີນລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ “ເພງແຫ່ງເທບນິຍາຍກ່ຽວກັບພົນເອກຫວໍງວຽນຢາບ”. 
ລາຍການສິລະປະ “ເພງແຫ່ງເທບນິຍາຍກ່ຽວກັບພົນເອກຫວໍງວຽນຢາບ” - ảnh 1 ພາບເອກະສານ

ລາຍການດັ່ງກ່າວຖືກຈັດຂຶ້ນແມ່ນການເຄື່ອນໄຫວສະເຫລີມສະຫລອງ 107 ປີແຫ່ງວັນຄ້າຍວັນເກີດ ແລະ 5 ປີແຫ່ງວັນພົນເອກ ຫວໍງວຽນຢາບເຖິງແກ່ມໍລະນະກຳ, ຊື່ງແມ່ນພົນເອກແຫ່ງເທບນິຍາຍຂອງກອງທັບປະຊາຊົນຫວຽດນາມ. ລາຍການສິລະປະນີ້ ລວມມີ 5 ພາກ: ບ້ານເກີດເມືອງນອນ, ຄາວເຍົາໄວ, ພົນເອກແຫ່ງເທບນິຍາຍ, ພົບເອກກັບຄືນຢ້ຽມຢາມບ້ານເກີດເມືອງນອນ, ການອາໄລຫາ ແລະ ຊີວິດປະຈຸບັນ. ບັນດາບົດເພງທີ່ນຳສະແດງໃນລາຍການນີ້ ລ້ວນແຕ່ຍ້ອງຍໍສັນລະເສີນ, ການສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງພົນເອກຫວໍງວຽນຢາບ. ລາຍການດັ່ງກ່າວ ໄດ້ປະກອບສ່ວນເຊີດຊູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງຊາດ ພ້ອມທັງສຶກສາໃຫ້ລຸ້ນຫນຸ່ມມີຄວາມເຂົ້າໃຈ ເຄົາລົບນັບຖື, ຈົດຈ່ຳການເສຍສະຫລະ, ການອຸທິດສ່ວນອັນໃຫຍ່ຫລວງຂອງລຸ້ນກ່ອນເພື່ອເອກະລາດ, ເສລີພາບຂອງປະເທດຊາດໃນວັນນີ້, ຮັກສາ ເສີມຂະຫຍາຍໝາກຜົນການປະຕິວັດອັນຍິງໃຫຍ່ ແລະ ຄຸນຄ່າວັດທະນະທຳຂອງບ້ານເກີດເມືອງນອນຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ