ລາຍການສິລະປະສະເຫລີມສະຫລອງ70ປີແຫ່ງວັນທົ່ວພາກໃຕ້ເຂົ້າຮ່ວມການຕໍ່ຕ້ານ

ລາຍການສິລະປະສະເຫລີມສະຫລອງ70ປີແຫ່ງວັນທົ່ວພາກໃຕ້ເຂົ້າຮ່ວມການຕໍ່ຕ້ານ - ảnh 1
​ລາຍ​ການ​ສິ​ລະ​ປະ​ສະ​ເຫລີ​ມ​ສະ​ຫລອງ 70 ປີ​ແຫ່ງວັນ
ທົ່ວ​ພາກ​ໃຕ້​ເຂົ້າ​ຮ່ວມ​ການ​ຕໍ່​​ຕ້ານ

(vovworld)-  ພິ​ທ​ີ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ທົ່ວ​ພາກ​ໃຕ້​ເຂົ້າ​ຮ່ວມ​ການ​ຕໍ່​​ຕ້ານ (23/9/1945-23/9/2015)ໄດ້​ໄຂ​ຂຶ້ນ​ໃນຢູ​່ ນ​ະ​ຄອນ ໂຮ່​ຈິ​ມີນ ໃນຕອນ​ຄ່ຳ​ວັນ​ທີ 23/9. ລາຍ​ການ​ສິ​ລະ​ປະ​ດັ່ງ​ກ່າວ​ໄດ້​ວາດ​ພາບ​ຄືນ​ວິ​ວັດ​ການ​ຕັດ​ສິນ​ໃຈ​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ​ຄືນ​ໃຫມ່ ຂອງ​ປະ​ຊາ​ຊົນ ແລະ ກອງ​ທັບ ຢູ​່ ພາກ​ໃຕ້ ແລະ ໄລ​ຍະ​ທາງ​ແຫ່ງ​ການ​ຕໍ່​ສູ້​ທີ່​ຫຍຸ້ງ​ຍາກ​ລຳ​ບາກ, ອົງ​ອາດ​ກ້າ​ຫານ​ຂອງ​ຊາດ​ຫວຽດ​ນາມ ພາຍ​ຫລັງ​ວັນ ທົ່ວ​ພາກ​ໃຕ້​ເຂົ້າ​ຮ່ວມ​ການ​ຕໍ່​ຕ້ານ​ ຈົນ​ເຖິງວັນ​ທີ່​ປະ​ເທດ​ຊາດ​ໄດ້​ທ້ອນ​ໂຮມ​ປ​ເປັນ​ເອ​ກະ​ພາບ. ທ່ານ​ນາງ ເຢືອງ​ທິ​ກີມ​ຢູງ, ດຳ​ລົງ​ຊີ​ວິດ​ຢູ່​ເມືອງ 3 ນະ​ຄອນ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ​:

        “ເມື່ອ​ໄດ້​​ຊົມ​ລາຍ​ການ​ສິ​ລ​ະ​ປະ ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ, ປຸກ​ລຸກ​ນ້ຳ​ໃຈ​ຮັກ​ຊາດໃນ​ແຕ່​ລະ​ຄົນ. ສຳ​ລັບ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມິນ ແລ້ວ, ພາຍ​ຫລັງ 70 ປີ​ແຫ່ງວັນ​ທົ່ວ​ພາກ​ໃຕ້​ເຂົ້າ​ຮ່ວມ​ການ​ຕໍ່​ຕ້ານ, ປະ​ຈຸ​ບັນ ຊາວ​ນະ​ຄອນ ໂຮ່​ຈິ​ມີນ ເວົ້າ​ສະ​ເພາະ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ເວົ້າ​ລວມ ລ້ວນ​ແຕ່​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ສັນ​ຕິ​ສຸກ.”

 

ຂ່າວ/ບົດ​ອື່ນ