ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຈວງ​ໂບ່ນ - ຮອຍ​ຍ່າງ​ນັກ​ຮົບ​ວິ​ລະ​ຊົນ”

(VOVWORLD) - ທ່ານຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຫງວຽນຊວັນຖັງ ໄດ້ຫວນຄືນປະຫວັດສາດທີ່ສະຫງ່າອົງອາດຢູ່ ເງະອານ - ບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ, ເຊີດຊູບັນດາແບບຢ່າງທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ດິນແດນ ຈວງໂບ່ນ.
ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຈວງ​ໂບ່ນ - ຮອຍ​ຍ່າງ​ນັກ​ຮົບ​ວິ​ລະ​ຊົນ” - ảnh 1ລາຍການສະແດງສິລະປະ (ພາບ: bienphong.com.vn)

ຕອນຄ່ຳວັນທີ 29 ຕຸລາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ ຈວງໂບ່ນ, ຕາແສງ ໝີເຊີນ, ເມືອງ ໂດເລືອງ, ແຂວງ ເງະອານ, ຄະນະກໍາມະການປະຊາຊົນແຂວງ ເງະອານ ໄດ້ສົມທົບກັບໜັງສືພິມ Nhan dan ສຽງຂອງພັກຄອມມູນິດ ຫວຽດນາມ ຈັດລາຍການສະແດງສິລະປະ “ຈວງໂບ່ນ - ຮອຍຍ່າງນັກຮົບວິລະຊົນ”, ມຸ່ງໄປເຖິງການລະນຶກເຖິງ 55 ປີ ແຫ່ງວັນຊາວໜຸ່ມຕະລຸມບອນ 13 ຄົນ ທີ່ເສຍສະຫຼະຊີວິດເພື່ອຊາດຢ່າງອົງອາດກ້າຫານ (31/10/1968 – 31/10/2023).

        ກ່າວຄຳເຫັນໃນລາຍການ, ທ່ານຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຫງວຽນຊວັນຖັງ ໄດ້ຫວນຄືນປະຫວັດສາດທີ່ສະຫງ່າອົງອາດຢູ່ ເງະອານ - ບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ, ເຊີດຊູບັນດາແບບຢ່າງທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ດິນແດນ ຈວງໂບ່ນ.

        “ຂ້າພະເຈົ້າປາດຖະໜາວ່າ ບັນດາການເຄື່ອນໄຫວຕອບບຸນແທນຄຸນ ຈະໄດ້ຜັນຂະຫຍາຍນັບມື້ນັບຫຼາຍ, ປະດິດຄິດສ້າງ, ມີປະສິດທິຜົນ ແລະ ສືບຕໍ່ໄດ້ຮັບການຕອບສະໜອງໃນທົ່ວສັງຄົມ. ວິສາຫະກິດ ແລະ ປະຊາຊົນທົ່ວປະເທດ ຮ່ວມແຮງຮ່ວມໃຈເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ນັກຮົບເກົ່າ, ອະດີດຊາວໜຸ່ມຕະລຸມບອນ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ໃຫ້ເປັນຢ່າງດີກວ່າອີກ”.

        ເນື່ອງໃນໂອກາດນີ້, ໜັງສືພິມ Nhan dan ກໍໄດ້ສົມທົບກັບບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນ ມອບຂອງຂວັນຫຼາຍພຸດທີ່ມີຄວາມໝາຍໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ບັນດາຄອບຄົວທີ່ມີນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ຈວງໂບ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ