ລາຍການສະແດງສິລະປະ “ລະດູບານໃໝ່ຂອງນ້ອງນ້ອຍ - 2018”

(VOVWORLD) -ເນື່ອງໃນໂອກາດຕ້ອນຮັບບຸນເຕັດປີຈໍ 2018, ຕອນບ່າຍວັນທີ 02 ກຸມພາ, ຢູ່ຮ່າໂນ້ຍ, ສະມາຄົມນັກຂ່າວຫວຽດນາມ ໄດ້ສົມທົບກັບສະມາຄົມຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈັດລາຍການສະແດງສິລະປະ “ລະດູບານໃໝ່ຂອງນ້ອງນ້ອຍ - 2018”.

ລາຍການສະແດງສິລະປະ “ລະດູບານໃໝ່ຂອງນ້ອງນ້ອຍ - 2018” - ảnh 1 ລາຍການສະແດງສິລະປະ “ລະດູບານໃໝ່ຂອງນ້ອງນ້ອຍ - 2018”

(ພາບ: hanoimoi.com.vn)

ກ່າວຄຳເຫັນທີ່ພິທີ, ທ່ານ ໂຮ່ກວາງເລີ້ຍ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ ໃຫ້ຮູ້ວ່າ: ປະຈຸບັນ, ໃນທົ່ວປະເທດ, ມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ກວ່າ 3 ລ້ານຄົນ. ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ ແລະ ໄດ້ມີຫຼາຍນະໂຍບາຍສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ; ມີຫຼາຍນະໂຍບາຍໜູນຊ່ວຍນັກຮຽນທຸກຍາກ, ນັກຮຽນທີ່ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ມີຄວາມຫຍຸ້ງຍາກ… ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນຄອບຄົວມີລາຍຮັບຕ່ຳ, ສະນັ້ນມີນັກຮຽນຫຼາຍຄົນຍັງປະສົບກັບຄວາມຫຍຸ້ງຍາກ, ທ່ານ ໂຮ່ກວາງເລີ້ຍ ໄດ້ຮຽກຮ້ອງວ່າ.

        “ຍິ່ງກວ່າເວລາໃດໝົດ, ການໜູນຊ່ວຍ, ຊ່ວຍເຫຼືອຂອງປະຊາຄົມແມ່ນມີຄວາມຈຳເປັນທີ່ສຸດ, ປະກອບສ່ວນນຳມາໃຫ້ພວກນ້ອງຄວາມມ່ວນຊື່ນ, ຄວາມປະເອີບໃຈ, ເຊື່ອມຕົວເຂົ້າຊີວິດປະຊາຄົມ. ລາຍການແມ່ນຂອງຂວັນຢ່າງແທດຈິງເພື່ອໃຫ້ພວກນ້ອງມີຄວາມມ່ວນຊື່ນໃນການຕ້ອນຮັບບຸນເຕັດຕື່ມອີກ; ແມ່ນໂອກາດເພື່ອແຜ່ຂະຫຍາຍນ້ຳໃຈຮັກແພງກັນ ທະວີຄູນບັນດາຄວາມງາມທີ່ເຄີຍມີຢູ່ແລ້ວໃນການດຳລົງຊີວິດຂອງປະຊາຊົນຫວຽດນາມ”.

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບຂອງຂວັນ 78 ພູດໃຫ້ບັນດານັກຮຽນ, ຍາດຕິພີ່ນ້ອງຖືກຕິດທາດພິດສີສົ້ມ/ດີໂອຊິນ, ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ 4 ແຂວງ, ນະຄອນ ລວມມີ: ຮ່າໂນ້ຍ, ຫາຍເຢືອງ, ນາມດິ້ງ, ຮ່ານາມ.

ຕອບກັບ

ຂ່າວ/ບົດ​ອື່ນ