ລາຍ​ການ​ສະ​ແດງ​ສິ​ລະ​ປະ “ເຂດ​ສັກ​ສິດ ດົ່ງ​ລົກ - ເຊື່ອມ​ຕໍ່ໄລ​ຍະ​ເວ​ລາ​ນັບ​ພັນ​ປີ”

(VOVWORLD) - ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນໄດ້ຢັ້ງຢືນວ່າ ການເສຍສະຫຼະຊີວິດຂອງບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ນ້ຳໃຈຮັກຊາດ, ສຸດຈິດສຸດໃຈເດີນຕາມພັກ, ລັດ ຂອງປະຊາຊົນ ຫວຽດນາມ ໄດ້ສ້າງຂຶ້ນວິລະກຳທີ່ອົງອາດກ້າຫານໃນພາລະກິດແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ. 
ລາຍ​ການ​ສະ​ແດງ​ສິ​ລະ​ປະ “ເຂດ​ສັກ​ສິດ ດົ່ງ​ລົກ - ເຊື່ອມ​ຕໍ່ໄລ​ຍະ​ເວ​ລາ​ນັບ​ພັນ​ປີ” - ảnh 1ລາຍການສະແດງສິລະປະ “ເຂດສັກສິດ ດົ່ງລົກ - ເຊື່ອມຕໍ່ໄລຍະເວລານັບພັນປີ” (ພາບ: qdnd.vn)

ຕອນຄ່ຳວັນທີ 22 ກໍລະກົດ, ຢູ່ເຂດ ປູຊະນີຍະສະຖານປະຫວັດສາດ ສາມແຍກດົ່ງລົກ (ເມືອງການລົກ, ແຂວງຮ່າຕິງ), ໜັງສືພິມປະຊາຊົນ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຮ່າຕິງ ຈັດລາຍການສິລະປະ “ເຂດສັກສິດ ດົ່ງລົກ - ເຊື່ອມຕໍ່ໄລຍະເວລານັບພັນປີ”.

ລາຍການເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2023), 55 ປີໄຊຊະນະ ດົ່ງລົກ, ອາໄລຫາ 55 ປີແຫ່ງວັນ ຊາວໜຸ່ມຕະລຸມບ່ອນນັກວິລະຊົນຍິງ 10 ຄົນ ທີ່ໄດ້ເສຍສະຫຼະຊີວິດຢູ່ ສາມແຍກດົງລົກ (24/7/1968 - 24/7/2023) ແລະ 55 ປີແຫ່ງຜົນງານໃນການສູ້ຮົບໝູ່ບ້ານ K130 (13/8/1968 - 13/8/2023).

ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນໄດ້ຢັ້ງຢືນວ່າ ການເສຍສະຫຼະຊີວິດຂອງບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ນ້ຳໃຈຮັກຊາດ, ສຸດຈິດສຸດໃຈເດີນຕາມພັກ, ລັດ ຂອງປະຊາຊົນ ຫວຽດນາມ ໄດ້ສ້າງຂຶ້ນວິລະກຳທີ່ອົງອາດກ້າຫານໃນພາລະກິດແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານນາງຮອງປະທານປະເທດ ເນັ້ນໜັກວ່າ: ລາຍການສະແດງສິລະປະ ດັ່ງກ່າວໄດ້ສົ່ງສານທີ່ວ່າ: ປະຊາຊົນແຕ່ລະຄົນມີຄວາມຮັບຜິດຊອບໃນການປຸກລຸກນ້ຳໃຈຮັກຊາດ, ສາມັກຄີ, ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ເປັນຢ່າງດີ ເພື່ອສ້າງປະເທດຊາດໃຫ້ນັບມື້ນັບຮັ່ງມີໝັ້ນຄົງເຂັ້ມແຂງ ແລະ ດີງາມກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ