ລາຍ​ການ​ສະ​ແດງ​ສິ​ລະ​ປະ “ເຕົ້າ​ໂຮມ​ປະ​ເທດ​ຊາດ” - ດິນ​ແດນ​ແຫ່ງ​ບັນ​ພະ​ບຸ​ລຸດ​ເຈົ້າ​ຊີ​ວິດ​ຮຸ່ງ

(VOVWORLD) - ວັນທີ 18 ເມສາ - ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ແມ່ນວັນບູຊາບັນດາເຈົ້າຊີວິດຮຸ່ງ. ຕອນຄ່ຳວັນທີ 17 ເມສາ, ຢູ່ເວທີສະແດງສວນສາທາລະນະ ວັນລາງ, ນະຄອນ ຫວຽດຈີ່ (ຝຸເທາະ), ໄດ້ດຳເນີນລາຍການສະແດງສິລະປະ “ເຕົ້າໂຮມປະເທດຊາດ”, ລະນຶກວັນບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ ປີ 2024.
ລາຍ​ການ​ສະ​ແດງ​ສິ​ລະ​ປະ “ເຕົ້າ​ໂຮມ​ປະ​ເທດ​ຊາດ” - ດິນ​ແດນ​ແຫ່ງ​ບັນ​ພະ​ບຸ​ລຸດ​ເຈົ້າ​ຊີ​ວິດ​ຮຸ່ງ - ảnh 1ລາຍການສະແດງສິລະປະ “ເຕົ້າໂຮມປະເທດຊາດ” (ພາບ:baophutho.vn)

ລາຍການມີການເຂົ້າຮ່ວມຂອງນັກສິລະປິນ, ນັກຮ້ອງນັບຮ້ອຍຄົນ ສະແດງບັນດາລາຍການສິລະປະທີ່ເປັນເອກະລັກ, ຍ້ອງຍໍຊົມເຊີຍຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງ, ນ້ຳໃຈສາມັກຄີ, ມູນເຊື້ອກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳຂອງຊາດ ຫວຽດນາມ… ພາບພົດບ້ານເກີດເມືອງນອນ, ປະເທດຊາດ, ປະຊາຊົນ ຫວຽດນາມ, ພາບພົດຂອງ ຝຸທໍ້ ໃນສະໄໝເຊື່ອມໂຍງ, ປ່ຽນແປງໃໝ່ ໄດ້ຮັບການວາດພາບຄືນ, ສະແດງກຳລັງແຮງ, ນ້ຳໃຈອົງອາດກ້າຫານ, ນ້ຳໃຈຮັກຊາດ ແລະ ຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອຕໍ່ສູ້ສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ, ຕ້ອນຮັບເພື່ອນມິດຈາກທຸກສາລາທິດມາຢາມດິນແດນແຫ່ງກົກເຄົ້າເຫງົ້າກໍ່ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ເຂົ້າຮ່ວມງານບຸນໃນດິນແດນ ຝຸທໍ້.

 ພາຍຫຼັງລາຍການສະແດງສິລະປະ ແມ່ນລາຍການຍິງບັ້ງໄຟດອກໄລຍະສູງ ເພື່ອສະຫຼອງວັນບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງປີ 2024

ຕອບກັບ

ຂ່າວ/ບົດ​ອື່ນ