ລາຍ​ການ​ສະ​ແດງ​ສິ​ລະ​ປະພິ​ເສດ “​ດອກ​ໄມ້​ສີແດງ” ຄັ້ງ​ທີ 16

(VOVWORLD) -  ດ້ວຍບັນດາ ລາຍການສະແດງສິລະປະທີ່ວາດພາບເຖິງຄວາມງາມຂອງນັກວິລະຊົນປະຫວັດສາດແຫ່ງການປົກປັກຮັກສາປະເທດຊາດ, ດ້ວຍເລື່ອງລາວຕົວຈິງຂອງຄົນລຸ້ນກ່ອນ.
ລາຍ​ການ​ສະ​ແດງ​ສິ​ລະ​ປະພິ​ເສດ “​ດອກ​ໄມ້​ສີແດງ” ຄັ້ງ​ທີ 16 - ảnh 1ລາຍການສະແດງສິລະປະ (ພາບ: TTXVN)

ຕອນຄ່ຳວັນທີ 21 ກໍລະກົດ, ລາຍການສະແດງສິລະປະພິເສດ “ດອກໄມ້ສີແດງ” ຄັ້ງທີ 16 ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວເນື່ອງໃນໂອກາດ 76 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2023) ໂດຍຄະນະໂຄສະນາສຶກສາສູນກາງພັກ, ໜັງສືພິມເອເລັກໂຕນິກ ພັກກອມມູນິດ ຫວຽດນາມ ແລະ ສະມາຄົມນັກຮົບເກົ່າຄະນະໂຄສະນາສຶກສາສູນກາງພັກສົມທົບກັນຈັດຂຶ້ນ.

ລາຍການລວມມີ 3 ພາກ: ປະເທດຊາດຕໍ່ຕ້ານ - ບົດເພງນັກຮົບ - ທຳນອງເອກອ້າງທະນົງໃຈ. ດ້ວຍບັນດາ ລາຍການສະແດງສິລະປະທີ່ວາດພາບເຖິງຄວາມງາມຂອງນັກວິລະຊົນປະຫວັດສາດແຫ່ງການປົກປັກຮັກສາປະເທດຊາດ, ດ້ວຍເລື່ອງລາວຕົວຈິງຂອງຄົນລຸ້ນກ່ອນ, ລາຍການ ມີຄວາມໝາຍພິເສດ ເພື່ອແນໃສ່ອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ນັກວິລະຊົນ, ທະຫານເສຍອົງຄະ - ທະຫານເຈັບປ່ວຍ, ຊາວໜຸ່ມຕະລຸມບອນ ແລະ ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ປຸກລຸກນ້ຳໃຈເອກອ້າງທະນົງໃຈ ແລະ ຄວາມຮັບຜິດຊອບໃນການເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໃນທົ່ວປະເທດ.

ແລະກໍ່ໃນຕອນຄ່ຳວັນດຽວກັນຢູ່ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1, ນະຄອນດ້ຽນບຽນ (ແຂວງດຽນບຽນ), ມີສະມາຊິກຄະນະຊາວໜຸ່ມນັບຮ້ອຍຄົນທີ່ຕາງໜ້າໃຫ້ແກ່ສະມາຊິກຊາວໜຸ່ມ ບັນດາຊົນເຜົ່າແຂວງດ້ຽນບຽນ ກ່ວາ 160.000 ຄົນ ພ້ອມກັບກຸ່ມວິສາຫະກິດສູນກາງໄດ້ວາງພວງມາລາ ຢູ່ອະນຸສາລາລີ, ຈູດທູບໃຕ້ທຽນ ຢູ່ບັນດາສຸສານຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານ A1, ຮີມລາມ, ດົກເລິບ ແລະ ໂຕງຄາວ.

ຕອບກັບ

ຂ່າວ/ບົດ​ອື່ນ