ລາຍການສະແດງສິລະປະພິເສດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບທີ່ເສຍສະຫຼະຊີວິດຢູ່ “ເສັ້ນທາງມະຫັດສະຈັນ”

(VOVWORLD) - ລາຍການສະແດງສິລະປະ “ເສັ້ນທາງມະຫັດສະຈັນ” ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2019) 

ຈະດຳເນີນໃນຕອນຄ່ຳວັນທີ 26 ກໍລະກົດ ຢູ່ສຸສານທາງເລກ 9, ແຄແຊງ, ແຂວງ ກວາງຈິ. ນີ້ແມ່ນລາຍການພິເສດ ນອນໃນຂອບເຂດງານມະໂຫລານສຽງເພງທາງເລກ 9 ຂຽວປີ 2019 ໂດຍແມ່ນກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະກຳມະການປະຊາຊົນແຂວງ ກວາງຈິ, ບໍລິສັດຫຸ້ນສ່ວນການສື່ສານ ແລະ ບໍລິການ ທັງລອງ ສົມທົບກັນຈັດຕັ້ງ.

        ງານມະໂຫລານສຽງເພງທາງເລກ 9 ຂຽວ ແມ່ນການເຄື່ອນໄຫວທາງດ້ານສິລະປະທີ່ເປັນມືອາຊີບ ເຊິ່ງໄດ້ຈັດຕັ້ງ 3 ປີຕໍ່ເທື່ອໜຶ່ງ ແນໃສ່ສ້າງເວທີການສະແດງຜົນງານໃນການອອກແຮງງານປະດິດຄິດສ້າງສິລະປະຂອງບັນດາຫົວໜ່ວຍພາຍໃນປະເທດ. ນີ້ກໍ່ແມ່ນເຫດການວັດທະນະທຳສິລະປະທີ່ສະແດງໃຫ້ເຫັນນ້ຳໃຈມິດຕະພາບທີ່ສະໜິດຕິດພັນລະຫວ່າງ 3 ປະເທດອ້າຍນ້ອງ ຫວຽດນາມ - ລາວ - ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ