ລາຍການ“ສາຍໃຈເຂດຊາຍແດນ,ທະເລ,ໝູ່ເກາະແຫ່ງບ້ານເກີດເມືອງນອນ”

ລາຍການ“ສາຍໃຈເຂດຊາຍແດນ,ທະເລ,ໝູ່ເກາະແຫ່ງບ້ານເກີດເມືອງນອນ” - ảnh 1
ລາຍການ “ສາຍ​ໃຈ​ເຂດ​ຊາຍ​ແດນ, ທະ​ເລ, ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ”
(ພາບ: TTXVN)

(vovworld) –  ຕອນ​ຄຳ່​ວັນ​ທີ 29/7, ຢູ່​ແຂວງ ດົ່ງ​ທາ​ບ ​ໄດ້​ຈັດ​ຕັ້ງ​ລາຍການ “ສາຍ​ໃຈ​ເຂດ​ຊາຍ​ແດນ, ທະ​ເລ, ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ”, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ. ລາຍການ​ເພື່ອ​ແນ​ໃສ່​ຢັ້ງຢືນ​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍຂອງ​ພັກ, ກົດໝາຍ​ຂອງ​ລັດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ. ພ້ອມ​ທັງ​ລະດົມ​ບັນດາ​ຜູ້​ໃຈ​ບຸນ​ໃຈ​ກຸ້ສົນ, ວິ​ສາ​ຫະ​ກິດ​ຮ່ວມ​​ແຮງ​ຮ່ວມ​ໃຈ​ໜູນ​ຊ່ວຍ​ທາງ​ດ້ານ​ວັດຖຸ​ໃຫ້​ແກ່​ກຳລັງ​ທີ່​ກ່ຽວ​ຂ້ອງ ​ແລະ ບັນດາ​ຄອບຄົວ​ທຸກ​ຍາກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ເຂດ​ຊາຍ​ແດນ, ທະ​ເລ, ໝູ່​ເກາະ.

        ກ່າວ​ຄຳ​ເຫັນ​ທີ່​ລາຍການ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຢືນຢັນ​ວ່າ: ​ເລື່ອງ​ປົກ​ປັກ​ຮັກສາ​​ເຂດ​ຊາຍ​ແດນ, ທະ​ເລ, ໝູ່​ເກາະ​ບໍ່​ພຽງ​ແຕ່​ປົກ​ປັກ​ຮັກສາ​ບ່ອນຢູ່​ອາ​ໄສ, ຄວາມ​ສຸກ​ຂອງ​ປະຊາຊົນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ປົກ​ປັກ​ຮັກສາ​ສິ່ງ​ທີ່​ສັກກະ​ລະ​ບູຊາ​ທີ່​ສຸດ​ເຊິ່ງລຸ້ນກ່ອນ​ໄດ້​ປະ​ໄວ້​. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ເລື່ອງ​ສືບ​ຕໍ່​ຢັ້ງຢືນ​ເຈດ​ຈຳ​ນົງ, ຄວາມ​ຕັດສິນ​ໃຈ​ສູງ​ສຸດ​​ແມ່ນ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ ​ແລະ ​ເຂດ​ນ່ານນ້ຳ​ທີ່​ສັກກະ​ລະ​ບູຊາ​ຂອງ ຫວຽດນາມ ​ໃນ​ນັ້ນ​ມີ​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ, ທ່ານ​ກ່າວ​ວ່າ:

        “ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ແລະ ບັນດາ​ທ້ອງ​ຖີ່​ນຕ້ອງ​ຍົກ​ສູງ​ສະຕິ​ຄວາມ​ຮັບຮູ້​ຂອງ​ປະຊາຊົນທຸກ​ຊັ້ນ​ວັນນະ​ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ເຂດ​ຊາຍ​ແດນ, ທະ​ເລ, ໝູ່​ເກາະ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກໍ່ສ້າງ​ທ່າ​ຮົບປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ, ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ. ບັນດາ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ, ຕຳຫຼວດ​ທະ​ເລ, ກຳລັງ​ກວດກາ​ການ​ປະມົງ, ທະຫານ​ເຮືອ ​ແລະ ບັນດາ​ກຳລັງ​ປະກອບ​ອາວຸດ​ຕ້ອງ​ເປັນ​ເຈົ້າ​ການ​ກຳ​​ແໜ້ນ​ສະພາບ​ການ​ເພື່ອ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ອະທິປະ​ໄຕ​ເຂດ​ນ່ານຟ້າ, ນ່ານນ້ຳ​ຂອງ​ປະ​ເທດ​ຊາດ”



ຂ່າວ/ບົດ​ອື່ນ