ລາຍການ“ເຊື່ອມຕໍ່ຄວາມຮັກແພງດ້ວຍຄວາມເບີກບານມ່ວນຊື່ນໄປໂຮງຮຽນ”

ລາຍການ“ເຊື່ອມຕໍ່ຄວາມຮັກແພງດ້ວຍຄວາມເບີກບານມ່ວນຊື່ນໄປໂຮງຮຽນ”  - ảnh 1
ລາຍ​ການ “​ເຊື່ອມ​ຕໍ່​ຄວາມ​ຮັກແພ​ງ​
ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນໄປ​ໂຮງ​ຮຽນ​”
(ພາບ: truyenhinhnghean)

(vovworld) - ຕອນ​ຄ່ຳ​ວັນ​ທີ 25/06, ຢູ່​ນະ​ຄອນ​ວິງ, ແຂ​ວງ ເຫ້ງ​ອານ, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄ​ະ ແລະ ສັງ​ຄົມ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ເຫ້​ງ​ອານ ສົມ​ທົບ​ກັບ​ກອງ​ທຶນ​ປົກ​ປ້ອງ​ເດັກ​ຫວຽດ​ນາມ, ບໍ​ລິ​ສັດ​ໃຫຍ່​ປະ​ກັນ​ໄພ ​ບ໋າວ​ຫວຽດ ຈັດ​ລາຍ​ການ “​ເຊື່ອມ​ຕໍ່​ຄວາມ​ຮັກແພ​ງ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນໄປ​ໂຮງ​ຮຽນ​”. ເຂົ້າ​ຮ່ວມ​ລາຍ​ການ​ມີ​ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວື້ອງ​ດິ່ງ​ເຫ້ວ, ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ, ແຂວງ​ເຫ້ງ​ອານ, ພ້ອມ​ກັບ​ເດັກ​ກ່ຳ​ພ້າ 265 ນ້ອງ, ເດັກ​ນ້ອຍ, ຕາງ​ໜ້າ​ໃຫ້​ເດັກ​ນ້ອຍ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ 21.000 ​ນ້ອງ​ຢ​ູ່​ແຂວງ​ເຫ້ງ​ອານ. ທີ່​ລາຍ​ການ, ຄະ​ນະ​ຈັດ​ຕັ້ງ​ໄດ້​ມອ​ບ​ທຶນ​ສຶກ​ສາ 40 ​ພູດ, ແຕ່​ລະ​ພູ​ດ​ມີ​ມູນ​ຄ່າ 2 ລ້ານ​ດົງ ແລະ ບໍ​ລິ​ສັດປະ​ກັນ​ໄພ ບາວ​ຫວຽດ ໄ​ດ້ມອບ​ລົດ​ຖີບ 20 ຄັນ… ໃຫ້​ເດັກ​ທຸກ​ຍາກ​ຢູ່​ແຂວງ ເຫ້ງ​ອານ ທີ່​ບື່ນ​ຕົວ​ຂຶ້ນ​ໃນ​ການ​ຮ່ຳ​ຮຽນ.

ຂ່າວ/ບົດ​ອື່ນ