ລາວ ກະກຽມການເປັນ ປະທານອາຊຽນ ໃນປີ 2024

(VOVWORLD) - ໃນວັນທີ 10 ສິງຫາ 2023 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນປະທານກອງປະຊຸມຄະນະກຳ ມະການຊີ້ນຳລະດັບຊາດ
ລາວ ກະກຽມການເປັນ ປະທານອາຊຽນ ໃນປີ 2024 - ảnh 1ທີ່ກອງປະຊຸມ
(ພາບ: KPL)

ຕາມແຫຼ່ງຂ່າວຈາກ KPL ແລ້ວ, ໃນວັນທີ 10 ສິງຫາ 2023 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນປະທານກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍການເຂົ້າຮ່ວມຂອງບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງ ແລະ ພະນັກງານກ່ຽວຂ້ອງຈາກບັນດາອະນຸກໍາມະການ ກໍຄື ກະ ຊວງຂະແໜງການຕ່າງໆ.
  ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດໃນຄັ້ງນີ້, ໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາໜ້າວຽກຂອງບັນດາອະນຸກໍາມະການຕ່າງໆ ໃນການກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ເຊັ່ນ: ດ້ານເນື້ອໃນ; ການກະກຽມທີ່ພັກ ແລະ ພາຫະນະສຳລັບບັນດາປະມຸກລັດ/ຫົວໜ້າລັດຖະບານ ແລະ ຄະນະຜູ້ແທນ; ສະຖານທີ່ຈັດກອງປະຊຸມ; ອຸປະກອນຮັບໃຊ້ກອງປະຊຸມ; ການກະກຽມບຸກຄະລາກອນ; ແຜນງົບປະມານ ແລະ ການກະກຽມຄວາມພ້ອມດ້ານອຶ່ນໆ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຊາບຄວາມຄືບໜ້າໃນການກະກຽມ ຄຳຂັວນ, ກາໝາຍປະທານອາຊຽນ ແລະ ວີດີໂອສັ້ນສຳລັບການຮັບປະທານອາຊຽນຂອງ ສປປ ລາວ ເພື່ອກຽມໄປຮັບປະທານ ອາຊຽນ ຈາກ ອິນໂດເນເຊຍ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງທີ່ຈະຈັດຂື້ນໃນວັນທີ  04-07 ກັນຍາ 2023 ທີ່ ຈາກາກຕາ, ອິນໂດເນເຊຍ.
    ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ທິດຊີ້ນຳແກ່ບັນດາອະນຸກຳມະການຕ່າງໆ ໃຫ້ສືບຕໍ່ດຳເນີນການກະກຽມ ບັນດາໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ແລະ ຊຸກຍູ້ໃຫ້ບັນດາກະຊວງຂະແໜງການທີ່ຈະເປັນປະທານກອງປະຊຸມອາຊຽນໃນປີ 2024 ສືບຕໍ່ກະກຽມດ້ານເນື້ອໃນ, ດ້ານພາລາທິການ ແລະ ດ້ານອື່ນໆໃຫ້ມີຄວາມພ້ອມ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມໃນຂະແໜງການຂອງຕົນ ເພື່ອເປັນພື້ນຖານ ໃຫ້ແກ່ການຈັດກອງປະຊຸມສຸດຍອດອາຊຽນ ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງທີ່ຈະຈັດຂື້ນຢູ່ ສປປ ລາວ ໃນປີ 2024 ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ