ລາວ​ ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 6 ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX

(VOVWORLD) -ກອງປະຊຸມເທື່ອນີ້ ຈະຮັບຟັງບົດລາຍງານ ແລະ ພິຈາລະນາ ຮັບຮອງເອົາບັນດາເນື້ອໃນສຳຄັນ, ຮັບຟັງ ແລະ ພິຈາລະນາບົດລາຍງານຕີລາຄາວຽກງານຈັດຕັ້ງປະຕິບັດກົດໝາຍກ່ຽວກັບຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ຮັບຟັງການອະພິປາຍຂອງບັນດາສະມາຊິກລັດຖະບານ ແລະ ບາງພາກສ່ວນທີ່ກ່ຽວຂ້ອງ ຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ.
ລາວ​ ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 6 ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX - ảnh 1ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ກ່າວຄຳເຫັນທີ່ພິທີໄຂ (ພາບ: TTXVN)

ຕອນເຊົ້າວັນທີ 31 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດພິທີໄຂກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ລາວ ຊຸດທີ IX. ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໃຫ້ຮູ້ວ່າ ກອງປະຊຸມເທື່ອນີ້ ຈະຮັບຟັງບົດລາຍງານ ແລະ ພິຈາລະນາ ຮັບຮອງເອົາບັນດາເນື້ອໃນສຳຄັນ, ຄື: ບົດລາຍງານຂອງລັດຖະບານກ່ຽວກັບບັນດາບັນຫາພົ້ນເດັ່ນກາງອາຍຸການ (ໄລຍະ 2021 – 2023) ແລະ ທິທາງແຜນການທ້າຍອາຍຸການ (2023 – 2025); ໝາກຜົນການເຄື່ອນໄຫວຂອງລັດຖະບານ ປີ 2023 ແລະ ແຜນການປີ 2024; ບົດລາຍງານໝາກຜົນການຜັນຂະຫຍາຍປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ກາງອາຍຸການ (ໄລຍະ 2021 – 2023) ແລະ ທິດທາງແຜນການເຄື່ອນໄຫວທ້າຍອາຍຸການ (2023 – 2025); ການປະຕິບັດວຽກງານປີ 2023 ແລະ ທິດທາງການເຄື່ອນໄຫວປີ 2024 ສຳລັບຂົງເຂດ ງົບປະມານແຫ່ງລັດ, ສົກປີການເງິນ; ບົດລາຍງານການຈັດຕັ້ງປະຕິບັດບັນດາໂຄງການດຳເນີນງານແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ - ການເງິນ ແລະ ໂຄງການດຳເນີນງານແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ…

        ກອງປະຊຸມກໍຮັບຟັງ ແລະ ພິຈາລະນາບົດລາຍງານຕີລາຄາວຽກງານຈັດຕັ້ງປະຕິບັດກົດໝາຍກ່ຽວກັບຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ຮັບຟັງການອະພິປາຍຂອງບັນດາສະມາຊິກລັດຖະບານ ແລະ ບາງພາກສ່ວນທີ່ກ່ຽວຂ້ອງ ຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ