ລາວກອບກູ້ຜູ້ເສຍຊີວິດໄດ້ທັງໝົດ23ສົບໃນອຸບັດຕິເຫດເຮືອບິນທະຫານຕົກແລ້ວ

ລາວກອບກູ້ຜູ້ເສຍຊີວິດໄດ້ທັງໝົດ23ສົບໃນອຸບັດຕິເຫດເຮືອບິນທະຫານຕົກແລ້ວ - ảnh 1
(ພາບປະກອບ: KPL)

​​(vovworld) - ວັນ​ທີ 30/07, ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ​​ແຈ້ງ​​ໃຫ້ຮູ້ວ່າ, ພາຍຫຼັງທີ່ມານະ​ພະຍາຍາມກອບ​ກູ້​ເປັນ​ເວລາ 4 ວັນ, ບັນດາ​ອົງການກ່ຽວ​ຂ້ອງ​ຂອງ​ປະ​ເທດ​ນີ້ ​ໄດ້​ສິ້ນ​ສຸດ​ການກອບ​ກູ້​ຜູ້​ເສຍຊີວິດ​ໃນອຸບັດ​ຕິ​ເຫດ​​ເຮືອບິນ​ທະຫານ​ Mi 17 ໝາຍ​ເລກ 34062 ຖືກຕົກຢູ່​ທາງ​ທິດ​ເໜືອ​ຂອງ​ບ້ານ​ຫຼວງ​ພັນ​ໄຊ, ເມືອງລ່ອງແຈ້ງ, ແຂວງໄຊສົມບູນ, ດ້ວຍ​ການ​ກອບ​ກູ້​ຜູ້​ເສຍຊີວິດ​ໄດ​້ທັງ​ໝົດ 23 ສົບ​. ສາຍ​ເຫດ​ພາ​ໃຫ້​ເກີດ​​ເຫດ​ເຮືອບິນ​ຕົກ​ພວມ​ໄດ້​ສືບສວນ​ຢູ່. ​ແຕ່​ວ່າ, ຍ້ອນ​ອາກາດ​ບໍ່​​ເອື້ອ​ອຳນວຍອາດ​ຈະ​​ພາ​ໄປ​ເຖິງ​ອຸບັດ​ຕິ​ເຫດນີ້.

ຂ່າວ/ບົດ​ອື່ນ