ລາວຈັດຕັ້ງການຍ່າງເພື່ອສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງອາຊຽນ

ລາວຈັດຕັ້ງການຍ່າງເພື່ອສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງອາຊຽນ - ảnh 1
(ລາວຈັດຕັ້ງການຍ່າງເພື່ອສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງອາຊຽນ)

​​(vovworld) - ຕອນ​ເຊົ້າ​ວັນ​ທີ 08/08, ຢູ່​ນະຄ​ອນຫຼວງ​ວຽງ​ຈັນ, ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໄດ້​ຈັດ​ການ​ຍ່າງ​ເພື່ອ​ສຸຂະພາບ ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 48 ປີ​​ແຫ່ງ​ວັນ​ສ້າງ​ຕັ້ງອາ​ຊຽນ ​ແລະ 18 ປີ​ແຫ່ງ​ວັນ​ລາວ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ.

ລາວຈັດຕັ້ງການຍ່າງເພື່ອສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງອາຊຽນ - ảnh 2

ເຂົ້າຮ່ວມ​ກາ​ນຍ່າງ​ມີ​ທ່ານ ທອງ​ລຸນ​ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ ພ້ອມ​ກັບ​ບັນດາ​ລັດຖະມົນຕີ, ລັດຖະມົນຕີ​ຊ່ວຍ​ວ່າການບັນດາ​ກະຊວງ ​ແລະ ອົງ​ການ​ທຽບ​ເທົ່າກະ​ຊວງ, ຜູ້​ຕ່າງ​ໜ້າ​ການ​ທູ​ດ, ອົງການ​ຈັດ​ຕັ້ງ​ສາກົນ​ຢູ່​ລາວ ​ແລະ ປະຊາຊົນ​ນະຄອນຫຼວງ​ວຽງ​ຈັນ ກວ່າ 1.000 ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ທອງ​ລຸນ​ ສີ​ສຸ​ລິດ ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ປີສຳຄັນ​ສຳລັບ​ອາ​ຊຽນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ​​ປະຊາ​ຄົມ​ອາ​ຊຽນ ສ້າງ​ຕັ້ງ​ຂຶ້ນ​ໃນ​ທ້າຍ​ປີ 2015. ທ່ານ​ກໍ​ຢືນຢັນ​ວ່າ, ​ພິທີ​ຍ່າງ​ເພື່ອ​ສຸຂະພາບ​ແມ່ນ​ເພື່ອປຸກ​ລະດົມ​ປະຊາຊົນ​ລາວ ກຽມພ້ອມ​​ທັງ​ສຸຂະ​ພາບ ​ແລະ ຈິດ​ໃຈ​ເພື່ອ​ຮັບ​ປະກັນ​ໃຫ້​ຜົນ​ສຳ​ເລັດ​ຂອງ​ອາຊຽນ ປີ 2016, ​ເມື່ອ​ລາວ ​ໄດ້​ເປັນ​ກຽດ​ຮັບ​ໜ້າ​ທີ່​ເປັນ​ປະທານ​ມູນ​ວຽນ​ອາ​ຊຽນ.

ຂ່າວ/ບົດ​ອື່ນ