ລາວໄຂກອງປະຊຸມສະໄໝສາມັນເທື່ອທີ9,ສະພາແຫ່ງຊາດຊຸດທີ7

ລາວໄຂກອງປະຊຸມສະໄໝສາມັນເທື່ອທີ9,ສະພາແຫ່ງຊາດຊຸດທີ7 - ảnh 1
ພິ​ທີ​ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 7


(vovworld) –  ຕອນ​ເຊົ້າ​ວັນ​ທີ 1/7, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9, ສະ​ພາ​ແຫ່ງ​ຊາດ​ລາ​ວ​ຊຸດ​ທີ 7 ໄດ້​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດ​.

        ທີ່ກອງ​ປະ​ຊຸມ​ແກ່​ຍາວ​ເປັນ​ເວ​ລາ​ກ່​ວາ 20 ວັນ​ນີ້ (1 – 21/7), ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ລາວ ຈະ​ຮັບ​ຟັງ​ບົດ​ລາຍ​ງານ, ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາ​ບາງ​ບັນ​ຫາ​ສຳ​ຄັນ​ຄື​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ແຜນ​ງົບ​ປະ​ມານ​ແຫ່​ງ​ລັດ ແລະ ນະ​ໂຍ​ບາຍ​ເງິນ​ຕາ​ໃນ​ປີ 2014 – 2015, ທິດ​ທາງ​ແຜນ​ການ​ປີ​ການ​ເງິນ 2015 – 2016, ປຶກ​ສາ​ຫາ​ລື​ຂໍ້​ສະ​ເໜີ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ແຕ່ງ​ຕັ້ງ​ບາງ​ສະ​ມາ​ຊິກ​ລັດ​ຖະ​ບານ​ຄົນ​ໃໝ່…

        ນອກ​ນັ້ນ​, ບັນ​ດາ ສ​ສ​ຊ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບຮ່າງ​ກົດ​ໝ​າຍ​ໃໝ່, ຮ່າງ​ກົດ​ໝາຍ​ສະ​ບັບປັບ​ປຸງ​ບາງ​ສະ​ບັບ ແລະ ປະ​ກອບ​ຄຳ​ເຫັນ ໃຫ້​ແກ່​ຮ່າງ​ກົດ​ໝາຍ​ໃໝ່, ຮ່າງ​ກົດ​ໝາຍ​​ສະ​ບັບປັບ​ປຸງ 6 ສະ​ບັບ.

ຂ່າວ/ບົດ​ອື່ນ