ລາວໄຂກອງປະຊຸມໂຕະມົນຂັ້ນສູງຄັ້ງທີ12

ລາວໄຂກອງປະຊຸມໂຕະມົນຂັ້ນສູງຄັ້ງທີ12 - ảnh 1
(ລາວໄຂກອງປະຊຸມໂຕະມົນຂັ້ນສູງຄັ້ງທີ 12)

(vovworld) - ຕອນ​ເຊົ້​າ​ວັນ​ທີ 27/11, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ປະ​ເທດ​ລ​າວ ໄດ້​ໄຂ​ກອງ​ປະ​ຊຸມ​ໂຕະມົນ​ຂັ້ນ​ສູງ​ຄັ້ງ​ທີ 12 ດ້ວຍ​ຫົວ​ຂໍ້​ວ່​າ “ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່​ງ​ຊາດ​ຄັ້ງ​ທ​ີ 8 ​ຢ່າງ​ມີ​ປະ​ສິດ​ທິ​ຜົນ - ​ນຳ​ປະ​ເທດ​ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ດ້ອຍ​ພັດ​ທະ​ນາ​ໃນ​ປີ 2020”. ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ມີ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ສິງ ທຳ​ມະ​ວົງ, ຜູ້​ຕາງ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ​ ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ, ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ​ບັນ​ດາອົງ​ການ​ການ​​ທູ​ຕາ​ນຸ​ທຸດ​ປະ​ຈຳລາວ, ພ້ອມ​ກັບ​ຜູ້​ແທນ​ລາວ ກວ່າ 300 ທ່ານ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານເອກ​ອັກ​ຄະ​ລັດ​ຖະ​ກິດ​ຫວຽດ​ນາມ ປະ​ຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ເປັນ​ຫົວ​ໜ້າ​ຄະ​ນະ​ເຂົ້າ​ຮ່ວມ.

      ກ່າວ​ຄຳ​ເຫັນ​ໄ​ຂ​ກອງ​ປະ​ຊຸມ, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ສິງ ທຳ​ມະ​ວົງ ໃຫ້​ຮູ້​ວ່າ. ລາວ​ໄ​ດ້​ມາ​ນະ​ພະ​ຍາ​ຍາມ​ໃນ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທ​ຸກ​ຍາກ​ໃຫ້​ປະ​ຊາ​ຊົນ, ສ້າງ​ປະ​ຖ​ົມ​ປັດ​ໃຈ​ນຳ​ປະ​ເທດ​ພັດ​ທະ​ນາ​ຕາມ​ທິດ​ຍື​ນ​ຍົງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ສິງ ທຳ​ມະ​ວົງ ກໍ​ຂອບ​ໃຈ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ ແລະ ບັນ​ດາ​ອົງ​ການ​ສາ​ກົນ ແລະ ຄູ່​ຮ່ວມ​ມື​ພັດ​ທະ​ນາ ໄດ້​ສະ​ຫງວນໃຫ້​ລາວ ການ​ສະ​ໜັບ​ສະ​ໜູນ​​ຊ່ວຍ​ເຫຼືອດ້ານ​ທຶນ​ຮອນ, ວິ​ຊາ​ສະ​ເພາະ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ໃນ​ໄລ​ຍ​ະ​ຜ່ານ​ມາ.

      ພາຍ​ຫຼັງ​ພີ​ທີ​ໄຂ, ​ ຖະ​ແຫຼງ​ການ​ວຽງ​ຈ​ັນ ກ່ຽວ​ກັບ​ຄູ່​ຮ່ວມ​ມື​ເພື່ອ​ການ​ຮ່ວ​ມມ​ື​ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໄດ້​ຮັບ​ການ​ລົງ​ນາມ.

ຂ່າວ/ບົດ​ອື່ນ