ວັງ Kremlin ປະກາດເນື້ອໃນການພົບປະສຸດຍອດລັດເຊຍ-ສປປເກົາຫລີ

(VOVWORLD) -ໃນການພົບປະສຸດຍອດຄາດວ່າຈະດຳເນີນໃນທ້າຍເດືອນເມສານີ້, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ການນຳ ສປປ ເກົາຫລີ Kim Jong un ຈະປຶກສາຫາລືກ່ຽວກັບບັນດາການພົວພັນສອງຝ່າຍ, ບັນຫາປອດນິວເຄຼຍໃນແຫລມເກົາຫລີ ແລະ ການຮ່ວມມືໃນພາກພື້ນ.

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 19 ເມສາ, ໂຄສົກວັງ Kremlin, ທ່ານ Dmitry Peskov ຢືນຢັນ: ມົດສະກູ ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອຊຸກຍູ້ວິວັດການປອດນິວເຄຼຍໃນແຫລມເກົາຫລີ. ວັງ Kremlin ບໍ່ເປີດເຜີຍຂ່າວຄາວກ່ຽວກັບວັນເວລາ ແລະ ສະຖານທີ່ດຳເນີນບັນດາການພົບປະລະຫວ່າງການນຳ ລັດເຊຍ ແລະ ການນຳ ສປປ ເກົາຫລີ ຍ້ອນບັນຫາຄວາມສະຫງົບປອດໄພ. ເຖິງຢ່າງໃດກໍຕາມ, ທ່ານ ຢືນຢັນວ່າ ການພົບປະຈະດຳເນີນຢູ່ ລັດເຊຍ.

ໃນວັນດຽວກັນ ສຳນັກຂ່າວສານ KCNA ຂອງ ສປປ ເກົາຫລີ ກໍົ່      ໃຫ້ຂ່າວວ່າ: ການນຳ ສປປ ເກົາຫລີ Kim Jong un ໄດ້ສົ່ງຈົດໝາຍໃຫ້ທ່ານປະທານາທິບໍດີ V. Putin, ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມເພີ່ມທະວີການພົວພັນສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ