ວັງ Kremlin: “ເຈດຕະນາດີ” ຂອງ ລັດເຊຍ ຕໍ່ຂໍ້ຕົກລົງທັນຍາຫານ ຢູ່ທະເລດໍາ ບໍ່ສາມາດຄົງຕົວໄດ້ໂດຍຕະຫຼອດ

(VOVWORLD) - ເລື່ອງຝ່າຍຕາເວັນຕົກມີການກະທຳທີ່ຊັກຊ້າ ແລະ ບໍ່ປະຕິບັດຕາມບັນດາຄຳໝັ້ນສັນຍາກ່ອນໜ້ານັ້ນ ຈະເຮັດໃຫ້ “ເຈດຕະນາດີ” ຂອງ ລັດເຊຍ ໃນການຕໍ່ກຳນົດຂໍ້ຕົກລົງສະບັບດັ່ງກ່າວໝົດໄປ.
ວັງ Kremlin: “ເຈດຕະນາດີ” ຂອງ ລັດເຊຍ ຕໍ່ຂໍ້ຕົກລົງທັນຍາຫານ ຢູ່ທະເລດໍາ ບໍ່ສາມາດຄົງຕົວໄດ້ໂດຍຕະຫຼອດ - ảnh 1(ພາບປະກອບ: AP)

ວັນທີ 14 ມິຖຸນາ, ວັງ Kremlin ໄດ້ກ່າວເຕືອນວ່າ “ເຈດຕະນາດີ” ຂອງ ລັດເຊຍ ຕໍ່ກັບການຕໍ່ກໍານົດເວລາຂໍ້ຕົກລົງທັນຍາຫານຢູ່ທະເລດຳ ແມ່ນບໍ່ສາມາດແກ່ຍາວໄປໂດຍຕະຫຼອດ. ໂຄສົກວັງ Kremlin ທ່ານ Dmitry Peskov ເນັ້ນໜັ້ກວ່າ ເລື່ອງຝ່າຍຕາເວັນຕົກມີການກະທຳທີ່ຊັກຊ້າ ແລະ ບໍ່ປະຕິບັດຕາມບັນດາຄຳໝັ້ນສັນຍາກ່ອນໜ້ານັ້ນ ຈະເຮັດໃຫ້ “ເຈດຕະນາດີ” ຂອງ ລັດເຊຍ ໃນການຕໍ່ກຳນົດຂໍ້ຕົກລົງສະບັບດັ່ງກ່າວໝົດໄປ. ແທນທີ່ຈະສືບຕໍ່ເຂົ້າຮ່ວມຂໍ້ຕົກລົງສົ່ງອອກທັນຍາຫານ ຜ່ານທະເລດຳ, ລັດເຊຍ ຈະຫັນທິດໄປສະໜອງທັນຍາຫານ ໃຫ້ບັນດາປະເທດທີ່ທຸກຍາກໃນໂລກໂດຍບໍ່ເກັບຄ່າ.

        ປັດຈຸບັນ, ການສົ່ງອອກສະບຽງອາຫານ ແລະ ປຸຍຂອງ ລັດເຊຍ ບໍ່ຖືກຈຳກັດ ຍ້ອນຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ ພາຍຫຼັງການປະທະກັນຢູ່ ຢູແກຼນ, ເຖິງຢ່າງໃດກໍຕາມ ບັນດາຂໍ້ຈຳກັດກ່ຽວກັບການຊຳລະ, ພະລາທິການ ແລະ ປະກັນໄພ ໄດ້ກາຍເປັນຮົ້ວກີດຂວາງສຳລັບການເຄື່ອນໄຫວຂົນສົ່ງສິນຄ້າຂອງປະເທດນີ້. ຂໍ້ຕົກລົງທັນຍາຫານ ທະເລດຳ, ປັດຈຸບັນ ຈະມີຜົນສັກສິດຮອດວັນທີ 17 ກໍລະກົດ ຈະມາເຖິງ, ພາຍຫຼັງທີ່ໄດ້ຕໍ່ກຳນົດເວລາອີກໃນວັນທີ 18 ພຶດສະພາຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ