ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດຫວຽດນາມແມ່ນ“ຈຸດພົ້ນເດັ່ນ”ຂອງພາກພື້ນກ່ຽວກັບການດຶງດູດການລົງທຶນ

ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດຫວຽດນາມແມ່ນ“ຈຸດພົ້ນເດັ່ນ”ຂອງພາກພື້ນກ່ຽວກັບການດຶງດູດການລົງທຶນ - ảnh 1
(ນະຄອນໂຮ່ຈີມິນ/ພາບປະກອບ)

(vovworld) -  ດ້ວຍ​ລະ​ດັບ​ເຕີບ​ໂຕ​ຍອດ​ ​ຜະລິດ​ຕະພັນ​ພາຍ​ໃນປະ​ເທດ​ (GDP) ​ເປັນ​ປົກກະຕິ, ການ​ລົງທຶນ​ຕ່າງປະ​ເທດ​ບັນລຸລະດັບ​ສະຖິຕິ 15,8 ຕື້ USD ​ໃນ​ປີ 2016, ວົງ​ການ​ນັກ​ຊ່ຽວຊານ​ສາກົນ​ຕີ​ລາຄາ​ວ່າ ຫວຽດນາມ ພວມ​ນັບ​ມື້​ນັບ​ກາຍ​ເປັນ “​ແມ່​ເຫຼັກກ້ອນ​ໜຶ່ງ”  ​ໃນ​ພາກ​ພື້ນ​ກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງທຶນ​ພາກ​ເອກະ​ຊົນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຜະລິດ ​ແລະ ຊົ​ມ​ໃຊ້​ນັກ​ຊ່ຽວຊານ Frederic Neumann, ​ທັງເປັນ​ຫົວໜ້າກຸ່ມ​ຄົ້ນຄວ້າ​ເສດຖະກິດ ອາຊີ ສັງກັດ HSBC Holdings Plc ຢູ່ ຮົ່ງກົງ, ຕີ​ລາຄາ​ວ່າ ຫວຽດນາມ ພວມ​ຢູ່​ໃນ​ຈຸດ​ເວລາ​ທີ່​ມີ​ຄວາມສະດວກ ດ້ວຍ​​ເລື່ອງ​ບັນດາ​ບໍລິສັດ​ຕ່າງປະ​ເທດ​ສືບ​ຕໍ່​ລົງທຶນ​ເຂົ້າ ຫວຽດນາມ ​ເພື່ອ​ໝູນ​ໃຊ້​ທ່າ​ແຮງ​ກ່ຽວ​ກັບ​ແຫຼ່ງ​ແຮງ​ງານແກ່ງ​ແຍ້​ງສູງ ​ແລະ ຄ່າ​ແຮງ​ງານ​ຕ່ຳ. ຕາມ​ນັກ​ຊ່ຽວຊານ​ຜູ້​ນີ້​ແລ້ວ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ທີ່ຫາ​ກໍ່​ພົ້ນ​ເດັ່ນ​ຢູ່ ອາຊີ ​ແລະ ພວມ​ຢືນ​ຢູ່​ຕໍ່ໜ້າ​ແງ່​ຫວັງ​ອັນ​ສົດ​ໃສ

ຂ່າວ/ບົດ​ອື່ນ