ວົງການວິສາຫະກິດ ຍີ່ປຸ່ນ ຊົມເຊີຍ FTA ກັບ EU

(VOVWORLD) - ກ່າວຄຳເຫັນຕໍ່ນັກຂ່າວພາຍຫຼັງເຂົ້າຮ່ວມພິທີລົງນາມຢູ່ຫ້ອງວ່າການນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ທີ່ນະຄອນຫຼວງ ໂຕກຽວ ນັ້ນ, ທ່ານ Hiroaki Nakanishi, ປະທານສະຫະພັນວິສາຫະກິດ ຍີ່ປຸ່ນ ໄດ້ເນັ້ນໜັກວ່າ FTA...

ບັນດາການນຳວິສາຫະກິດ ຍີ່ປຸ່ນ ໄດ້ຊົມເຊີຍຂໍ້ຕົກລົງການຄ້າເສລີ (FTA) ໂດຍສະຫະພາບເອີລົບ (EU) ແລະ ຍີ່ປຸ່ນ ຫາກໍ່ລົງນາມເມື່ອວັນທີ 17 ກໍລະກົດ, ຖືວ່າ ເຫດການນີ້ແມ່ນແນໃສ່ສົ່ງສານໃຫ້ໂລກຮັບຮູ້ກ່ຽວກັບຄວາມສຳຄັນຂອງການຄ້າເສລີ ໃນສະພາບການລັດທິອາລັກຂາໄດ້ບືນຕົວຂຶ້ນ. ກ່າວຄຳເຫັນຕໍ່ນັກຂ່າວພາຍຫຼັງເຂົ້າຮ່ວມພິທີລົງນາມຢູ່ຫ້ອງວ່າການນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ທີ່ນະຄອນຫຼວງ ໂຕກຽວ ນັ້ນ, ທ່ານ Hiroaki Nakanishi, ປະທານສະຫະພັນວິສາຫະກິດ ຍີ່ປຸ່ນ ໄດ້ເນັ້ນໜັກວ່າ FTA ລະຫວ່າງ EU ແລະ ຍີ່ປຸ່ນ ແມ່ນຜົນງານອັນໃຫຍ່ຫຼວງໃນສະພາບທີ່ການສະພາບແວດລ້ອມເສດຖະກິດທົ່ວໂລກພວມມີຫຼາຍປັດໄຈຂາດສະຖຽນລະພາບ. ໃນຂະນະນັ້ນ, ທ່ານ Yoshimutsu Kobayashi, ປະທານສະຫະສະມາຄົມທີ່ບັນດາການນຳວິສາຫະກິດ ຍີ່ປຸ່ນ ຢັ້ງຢືນຄວາມສຳຄັນຂອງຂໍ້ຕົກລົງດັ່ງກ່າວໃນຈຸດເວລາບັນດາເອກະສານການຄ້າຫຼາຍຝ່າຍອື່ນພວມຕ້ອງປະເຊີນໜ້າກັບຄວາມສ່ຽງຂອງລັດທິອາລັກຂາ.

ຕອບກັບ

ຂ່າວ/ບົດ​ອື່ນ