ວົງການເຈົ້າໜ້າທີ່ ອີຣານ ກ່າວເຕືອນຄວາມອາດສາມາດຖອນຕົວອອກຈາກຂໍ້ຕົກລົງ ນິວເຄຼຍ

(VOVWORLD) -ອີຣານອາດຈະຖອນຕົວອອກຈາກ ຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມເມື່ອປີ 2015 ກັບ ກຸ່ມ P5+1 

ວັນທີ 13 ພຶດສະພາ, ຊ່ອງໂທລະພາບ Press TV ຂອງ ອີຣານ ໄດ້ຄັດສະເໜີຄໍາກ່າວປາໄສຂອງ ທ່ານ Behrouz Kamalvandi ໂຄສົກອົງການພະລັງງານປະລະມານູ ອີຣານ ໂດຍໃຫ້ຮູ້ວ່າ ປະເທດນີ້ ອາດຈະຖອນຕົວອອກຈາກ ຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມເມື່ອປີ 2015 ກັບ ກຸ່ມ P5+1 (ເຊິ່ງລວມມີ ອັງກິດ, ຝລັ່ງ, ອາເມລິກາ,  ລັດເຊຍ, ຈີນ ແລະ ເຢຍລະມັນ) ຖ້າຫາກວ່າ ບັນຫານິວເຄຼຍຂອງ ເຕເຮຣານ ຖືກນໍາມາປຶກສາຫາລືຢູ່ ສະພາຄວາມໝັ້ນຄົງ ສປຊ. ຕາມທ່ານ  Kamalvandi ແລ້ວ, ອີຣານ ອາດຈະປະຕິບັດບາງມາດຕະການທີ່ແຕກຕ່າງກັນ, ລວມທັງເລື່ອງ ຖອນຕົວອອກຈາກ ຂໍ້ຕົກລົງນິວເຄຼຍ ປີ 2015, ຖ້າຫາກວ່າ ບັນຫານິວເຄຼຍຂອງປະເທດນີ້ ຖືກນໍາມາປຶກສາຫາລືຢູ່ ສະພາຄວາມໝັ້ນຄົງ ສປຊ. ທ່ານກໍເນັ້ນໜັກວ່າ ເວລານັ້ນ ຂໍ້ຕົກລົງດັ່ງກ່າວ ກໍຈະຢຸດຕິ ແລະ ບໍ່ຄົງຕົວອີກຕໍ່ໄປ. ທ່ານ Kamalvandi ກ່າວຢໍ້າວ່າ ການຕັດສິນໃຈຢຸດຕິບາງຄໍາໝັ້ນສັນຍາແບບສະໝັກໃຈໃນຂໍ້ຕົກລົງນິວເຄຼຍຂອງ ອີຣານ ແມ່ນເພື່ອແນໃສ່ສ້າງເງື່ອນໄຂໃຫ້ ຝ່າຍເອີຣົບ ມີເວລາປະຕິບັດບັນດາພັນທະຂອງຕົນທີ່ໄດ້ໃຫ້ຄໍາໝັ້ນສັນຍາແລ້ວ ແລະ ນໍາຂໍ້ຕົກລົງສາກົນກັບຄືນສູ່ຂັ້ນຕອນທີ່ຖືກທິດ.


ຕອບກັບ

ຂ່າວ/ບົດ​ອື່ນ